ຕອນແລງວັນທີ 13 ພະຈິກນີ້, ທ່ານ ບຸນເນື້ອ ຫຼອງຄຳໄຕ ເຈົ້າເມືອງຕະໂອ້ຍ ພ້ອມດ້ວຍບັນດາທ່ານການນໍາຂອງເມືອງ ໄດ້ຕິດຕາມ, ຮັບຊົມການຝຶກຊ້ອມການສະແດງສິລະປະຂອງນ້ອງນັກຮຽນ ແລະ ຂະບວນກ້ອນກຳລັງ ເພື່ອຮັບໃຊ້ເຂົ້າພິທີເປີດງານບຸນປະເພນີ ຕະຢາ-ຈາອາຣ ຂອງເຜົ່າຕະໂອ້ຍ ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ທີ່ຈະຈັດຂຶ້ນໃນວັນທີ 14 ພະຈິກນີ້.
ປະກອບມີ 3 ບົດຟ້ອນ ຄື: ບົດຟ້ອນສາລາກວນ (ປະເພນີຂອງເຜົ່າຕະໂອ້ຍ), ບ້ານແມ່ເຮົາ, ບົດຟ້ອນຫັດຖະກຳຈັກສານ ແລະ ຊົມຂະບວນ 4 ກ້ອນກໍາລັງ ຄື: ກ້ອນກຳລັງເຜົ່າຕະໂອ້ຍ, ເຜົ່າກະຕາງ, ເຜົ່າປະໂກະ ແລະ ເຜົ່າລາວ.
ນອກຈາກນັ້ນ, ກໍໄດ້ກວດກາ, ຕິດຕາມການຈັດຕັ້ງປະຕິບັດບັນດາອະນຸກໍາມະການຕ່າງໆ ເປັນຕົ້ນ: ການປະດັບປະດາ, ຕົບ ແຕ່ງດ້ານສະຖານທີ່, ການວາງສະແດງຜະລິດຕະພັນສິນຄ້າໂອດັອບ, ການກະກຽມດ້ານອາຫານຊົນເຜົ່າທີ່ເປັນເອກະລັກ ແລະ ການກະກຽມດ້ານການແຂ່ງຂັນເຮືອຊ່ວງປະເພນີ ປະຈຳປີ 2024.
ຂ່າວ: ຖວທ ເມືອງ ຕະໂອ້ຍ









