ວັນທີ 11 ພະຈິກນີ້, ໜ່ວຍງານການແພດ “ຂະບວນລົດໄຟສັນຕິພາບ” ຈຳນວນ 150 ຄົນຂອງກອງທັບຈີນໄດ້ອອກເດີນ ທາງຈາກນະຄອນຈຸ່ງກິ່ງຂອງຈີນດ້ວຍລົດໄຟການແພດ ເພື່ອເຂົ້າ ຮ່ວມການເຝິກຊ້ອມຮ່ວມດ້ານການຊ່ວຍເຫຼືອການແພດມະນຸດ ສະທຳ ແລະ ກິດຈະກໍາບໍລິການທາງການແພດພາຍໃຕ້ຫົວຂໍ້ “ຂະ ບວນລົດໄຟສັນຕິພາບ 2024” ທີ່ຈະຈັດຂຶ້ນຢູ່ປະເທດລາວໃນທ້າຍເດືອນພະຈິກນີ້.
ການເຝິກຊ້ອມຮ່ວມຄັ້ງນີ້, ໜ່ວຍງານການແພດຈີນໄດ້ຖືເອົາໜ່ວຍງານການແພດທາງລົດໄຟຂອງມະຫາວິທະຍາໄລແພດ ສາດທະຫານບົກເປັນຫຼັກ ແລະ ປະສານສົມທົບກັບໂຮງໝໍໃຫຍ່ຂອງກອງທັບປົດປ່ອຍປະຊາຊົນຈີນ, ໂຮງໝໍໃຫຍ່ເຂດທະຫານພາກເໜືອ, ສຳນັກງານຕິດຕາມກວດກາຢາ ແລະ ອຸປະກອນຂອງທະຫານຮັບປະກັນພະລາທິການປະສົມ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງເສນາຮັກກົມຮັບປະກັນພະລາທິການຄະນະກຳມະການການທະຫານສູນກາງຈີນແຈ້ງໃຫ້ຮູ້ວ່າ: ນີ້ແມ່ນການເຝິກຊ້ອມຮ່ວມ ລະຫວ່າງກອງທັບ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຂະບວນລົດໄຟສັນຕິພາບ” ຄັ້ງທີ 5, ຈຸດປະສົງເພື່ອປັບປຸງ ແລະ ຍົກສູງຄວາມສາມາດດ້ານການຮ່ວມກັນບັນຊາ ແລະ ຮ່ວມກັນຊ່ວຍເຫຼືອໃນວຽກງານພະລາທິການດ້ານເສນາຮັກ, ລົງເລິກການແລກປ່ຽນ ແລະ ການຮ່ວມມືຢ່າງແທ້ຈິງລະ ຫວ່າງກອງທັບ ລາວ-ຈີນ ຕື່ມອີກ.
ທີ່ມາ: CMG FM93





