ຫັດຖະກໍາແຜ່ນແພຜ້າລາຍໝາກປັດຊົນເຜົ່າກະຕູ ແຂວງສາລະວັນ ເປັນໜຶ່ງຮ້ານທີ່ຕັ້ງຢູ່ໃນງານວາງສະແດງສິນຄ້າປະຈຳປີ 2024 ໃນງານບຸນນະມັດສະການພະທາດຫຼວງວຽງຈັນເຊິ່ງໄດ້ເດີນທາງເຂົ້າມາຮ່ວມເປັນປີທຳອິດໂດຍໄດ້ຮັບໂອກາດຈາກພາກລັດໃຫ້ເຂົ້າມາວາງສະແດງ ແລະ ຈຳໜ່າຍສິນຄ້າຖືເອົາງານບຸນນະມັດສະການພະທາດຫຼວງວຽງຈັນເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໂດຍສະເພາະແມ່ນການເປີດໂອກາດໃຫ້ຜູ້ປະກອບການ ກໍຄື ຜູ້ຜະລິດໄດ້ຊອກຫາຕະຫຼາດໃໝ່ໆເພີ່ມຂຶ້ນ ເພາະງານບຸນນະມັດສະການພະທາດຫຼວງວຽງຈັນຖືເປັນງານບຸນປາງໃຫຍ່ຂອງຊາດເຊິ່ງໃນແຕ່ລະມື້ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ການຄ້າຂາຍກໍຄືກຄັກມີບັນຍາກາດຟົດຟື້ນເຊັ່ນກັນ.
ນາງ ດັງ ວີສູງ ເປັນຕົວແທນກຸ່ມຫັດຖະກຳແຜ່ນແພຜ້າລາຍໝາກປັດຊົນເຜົ່າກະຕູ ຕັ້ງຢູ່ ບ້ານຫ້ວຍຫູນໃຕ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານດັ່ງກ່າວວ່າ: ຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດຂອງຊົນເຜົ່າກະຕູ ໄດ້ສືບທອດມູນເຊື້ອອັນດີງາມມາແຕ່ດົນນານ ນອກຈາກການປູກຝັງເປັນອາຊີບຫຼັກ ຍັງມີມູນເຊື້ອການຕໍ່າແຜ່ນແພເປັນອາຊີບສຳຮອງ ສືບທອດກັນມາແຕ່ປູ່ຍ່າຕາ-ຍາຍ ສະແດງອອກຢູ່ບ່ອນວ່າເດັກເພດຍິງອາຍຸແຕ່ 8 ປີຂຶ້ນໄປມີຄວາມສາມາດຕໍ່າແຜ່ນແພໄດ້ທຸກຄົນ ການຕໍ່າຫູກໃນເມື່ອກ່ອນຍັງເຮັດກະແຈກກະຈາຍ ພໍໃຜພໍລາວ ຂາດຄວາມຮູ້ເຕັກນິກໃນການເຮັດລວດລາຍ ຍັງບໍ່ທັນມີສີສັນທີ່ເປັນເອກະລັກ ແລະ ດຶງດູດລູກຄ້າເທົ່າທີ່ຄວນ ຈຶ່ງໄດ້ມີການປັບປຸງຈັດຕັ້ງເປັນກຸ່ມຜະລິດຂຶ້ນໃນປີ 2000 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຂອງຢີ່ປຸ່ນ ໄດ້ມີການເຝິກອົບ ຮົມໃຫ້ຄວາມຮູ້ເຕັກນິກວິທີການຕໍ່າ ແລະ ລວຍລາຍຕ່າງໆ ເພື່ອເປັນເອກະລັກຂອງຊົນເຜົ່າ ແລະ ມີຄວາມສວຍງາມ ໃນວັນທີ 10 ມັງກອນ 2014 ຜະລິດຕະພັນຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດຂອງຊົນເຜົ່າກະຕູໄດ້ຮັບໃບຢັ້ງຢືນຮັບຮອງ ແລະ ປະກາດເປັນສິນຄ້າໂອດ໋ອບ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງບ້ານຫ້ວຍຫູນໃຕ້ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນກຸ່ມການຜະລິດ ຫັດຖະກໍາຕໍ່າແຜ່ນແພຂະໜາດນ້ອຍແບບຄອບຄົວ ການສ້າງກຸ່ມຫັດຖະກໍາ ເປັນການລວມຕົວຂອງບັນດາຫົວ ໜ່ວຍຄອບຄົວ ເພື່ອຈັດຕັ້ງເປັນກຸ່ມຫັດຖະກໍາ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ການຄຸ້ມຄອງ ແລະ ການຮ່ວມທຶນ ເພື່ອຜະລິດເປັນສິນຄ້າຕາມລາຍ ການຜະລິດຕະພັນ ການເຄື່ອນໄຫວຂອງກຸ່ມຫັດຖະກໍາຕໍ່າແຜ່ນແພມີການຈັດຕັ້ງ ມີກົດລະບຽບສະເພາະຂອງກຸ່ມ ມີການແບ່ງຄວາມຮັບຜິດຊອບພາຍໃນກຸ່ມຢ່າງລະ ອຽດ ໃນເມື່ອກ່ອນມີພຽງແຕ່ 18 ຄອບຄົວເທົ່ານັ້ນ ມາຮອດປັດຈຸບັນມີ 200 ຄອບ ຄົວ ສ່ວນການຜະລິດໃນເມື່ອກ່ອນມີພຽງ 8 ລາຍການ ປັດຈຸບັນໄດ້ປັບປຸງຂຶ້ນໃໝ່ເປັນ ສິບກວ່າລາຍການທີ່ມີຄຸນະພາບສູງ ການຕໍ່າແຜ່ນແພໄດ້ນໍາໃຊ້ວັດຖຸດິບຈາກທໍາມະຊາດປະມານ 80% ເປັນຕົ້ນແມ່ນການຍ້ອມສີແບບທໍາມະຊາດ ການສາວເສັ້ນໄຍປໍກ້ວຍມາຕໍ່າແບບປະສົມປະສານກັບວັດຖຸສໍາເລັດຮູບມາປະສົມ 20% ຄື: ເສັ້ນດ້າຍ ເສັ້ນໄໝ ເສັ້ນຝ້າຍ ໝາກປັດ ມາປຸງແຕ່ງຕໍ່າເປັນຜະລິດຕະພັນສໍາເລັດຮູບ ທີ່ເປັນເອກະລັກຂອງຊົນເຜົ່າກະຕູມີລວດລາຍອັນສວຍງາມປານີດເປັນທີ່ນິຍົມ ຍອມ ຮັບຂອງຕ່າງເມືອງ ຕ່າງແຂວງ ແລະ ຊາວຕ່າງປະເທດທີ່ມາທ່ອງທ່ຽວຊົມຜະລິດຕະ ພັນແຜ່ນ ແພຂອງຊົນເຜົ່າກະຕູ ແລະ ຊື້ເປັນເຄື່ອງທີ່ລະນຶກເຄື່ອງຕ້ອນຝາກຂອງຝາກ ເວົ້າລວມແລ້ວມາຮອດປັດຈຸບັນຫັດຖະກຳແຜ່ນແພເຜົ່າກະຕູແມ່ນໄດ້ຮັບຄວາມນິຍົມຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ ສຳລັບການຈຳໜ່າຍນອກຈາກຈຳໜ່າຍຢູ່ພາຍໃນບ້ານແລ້ວ ຍັງສົ່ງຈຳໜ່າຍທຸກແຂວງທົ່ວປະເທດ ພ້ອມນັ້ນກໍຍັງມີລູກຄ້າຕ່າງປະເທດໃຫ້ຄວາມນິຍົມຊົມໃຊ້ຫັດຖະກຳແຜ່ນແພຂອງຊົນເຜົ່າພວກເຮົາຫຼາຍຂຶ້ນ.
ກຸ່ມຫັດຖະກໍາຕໍ່າແຜ່ນແພລາຍໝາກປັດ ສາມາດຜະລິດຫັດຖະກຳເຜົ່າກະຕູໄດ້ຫຼາຍຜະລິດຕະພັນ ເປັນຕົ້ນ: ເສື້ອແຊະ ຜ້າປູໂຕະ ຜ້າບ່ຽງ ຜ້າກະຕ່ຽວ ສິ້ນໝາກປັດ ຜ້າ ຫົ່ມ ຜ້າບ່ຽງປະສົມເສັ້ນໄຍປໍກ້ວຍ ແພພັນຄໍ ສິ້ນທໍາມະດາ ຜ້າຮອງຈານ ຜ້າຮອງ ຈອກ ສາຍມັດຜົມ ສາຍແຂນ ແລະ ກະເປົາທີ່ໄດ້ຮັບຮອງເປັນສິນຄ້າໂອດ໋ອບ ໃນໄລ ຍະຜ່ານມາກຸ່ມຫັດຖະກໍາຕໍ່າແຜ່ນແພ ບ້ານຫ້ວຍຫູນໃຕ້ ໄດ້ນໍາເອົາຜະລິດຕະພັນໄປຮ່ວມງານວາງສະແດງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເຮັດໃຫ້ສັງຄົມຮັບຮູ້ຜະລິດຕະພັນຂອງບ້ານຫຼາຍຂຶ້ນໂດຍສະເພາະແມ່ນໃນປີ 2024 ກໍເປັນປີທຳອິດທີ່ກຸ່ມຫັດຖະກຳຂອງພວກເຮົາໄດ້ມີໂອກາດເດີນທາງມາເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າຢູ່ທີ່ງານບຸນນະມັດສະການພະທາດຫຼວງ ເຊິ່ງມູນຄ່າເຄື່ອງຫັດຖະກຳທີ່ນຳມາຈຳໜ່າຍປະມານ 200 ລ້ານກີບ ການມາຮ່ວມງານໃນຄັ້ງນີ້ແມ່ນໄດ້ຮັບໂອ ກາດຈາກພາກລັດໂດຍໃຫ້ນະໂຍບາຍຄ່າເຊົ່າບູດ ດັ່ງນັ້ນຈຶ່ງຂໍຂອບໃຈມາຍັງພາກລັດທີ່ໄດ້ໃຫ້ການຊຸກຍູ້ສົ່ງເສີມຜະລິດຕະພັນຂອງເຜົ່າພວກເຮົາໃຫ້ມີໂອກາດມາຊອກຫາຕະຫຼາດເພີ່ມຕື່ມ ເປັນການຊ່ວຍຊຸກຍູ້ໃນການສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນດີຂຶ້ນເລື້ອຍໆ.
ທີ່ມາ: ວຽງຈັນໃໝ່






