ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອະນຸມັດໃຫ້ເອກະຊົນ ພັດທະນາແຫລ່ງທ່ອງທ່ຽວເຂດຖໍ້ານໍ້າຍູ້

Nov 14, 2024

ພິທີເຊັນສັນຍາເຊົ່າເນື້ອທີ່ດິນລັດ ເພື່ອພັດທະນາ ແລະ ການບໍລິການດ້ານການທ່ອງທ່ຽວ ຂອບເຂດຖໍ້ານໍ້າຍູ້ ບ້ານສາລີເຮືອງ ເມືອງເມິງ ແຂວງບໍ່ແກ້ວ ລະຫວ່າງລັດ ແລະ ເອກະຊົນ ຈັດຂຶ້ນໃນວັນທີ 12 ພະຈິກ 2024.
ຕາງໜ້າເຊັນໂດຍທ່ານ ສົມນຶກ ອິນທະພົມ ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ຄໍຊາ ລາວມາ ຜູ້ປະກອບການ, ພ້ອມດ້ວຍບັນດາຜູ້ຕາງໜ້າ ຈາກຂະ ແໜງການທີ່ກ່ຽວຂ້ອງຂອງເມືອງ ແລະ ບ້ານນໍ້າຍູ້ເຂົ້າຮ່ວມ.
ການເຊົ່າສຳປະທານໃນຄັ້ງນີ້ ມີເນື້ອທີ່ 6,6 ເຮັກຕາ ເພື່ອພັດ ທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ມີສິ່ງອຳນວຍຄວາມ ສະ ດວກຕ່າງໆ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຫລາຍຂຶ້ນ ໂດຍສະເພາະ ການບໍລິການຮ້ານອາຫານ-ກິນດື່ມ ແລະ ອື່ນໆ ຕິດພັນກັບການທ່ຽວຊົມທຳມະຊາດຖ້ຳນ້ຳຍູ້ດັ່ງກ່າວ.
ຂ່າວ-ພາບ: ຄໍາໃຫຍ່ ຜົນຈະເລີນ