ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດຢ້ຽມຊົມງານບຸນນະມັດສະການພະທາດຫຼວງວຽງຈັນ

Nov 14, 2024

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮ້ອງຫົວໜ້າຫ້ອງວ່າການສຳນັກນັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ, ເລາະຊົມ ງານບຸນນະ ມັດສະການພະທາດຫຼວງວຽງຈັນໃນວັນທີ 14 ພະຈິກນີ້.
ໂດຍການຕ້ອນຮັບຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວນະຄອນ ຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງໄດ້ກ່າວລາຍງານວ່າ: ງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະ ແດງສິນຄ້າ ປະຈຳປີ 2024 ໄດ້ມີຮ້ານວາງສະແດງສິນຄ້າຢູ່ເດີນສະໜາມຫຼວງ 1,463 ຫ້ອງ, ຢູ່ສູນການຄ້າ ລາວ-ໄອເຕັກ 142 ຮ້ານ. ສິນຄ້າສ່ວນຫຼາຍຈະເປັນຜະລິດຕະພັນພາຍໃນເຊັ່ນ: ຜະ ລິດຕະພັນສິນຄ້າກະສິກຳ, ຫັດຖະກຳ ແລະ ຜະລິດຕະພັນວັດ ທະນະທຳ, ຜະລິດຕະພັນອຸດສາຫະກຳໂຮງຈັກ, ໂຮງງານຂະໜາດໃຫຍ່, ກາງ ແລະ ຂະໜາດນ້ອຍ. ພ້ອມນີ້, ຍັງໄດ້ເຊີນບັນດານະ ຄອນເພື່ອນມິດຕ່າງປະເທດ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນຳເອົາຜະລິດຕະພັນສິນຄ້າມາແລກປ່ຽນວາງສະແດງ ແລະ ຂາຍໃນງານ ຊຶ່ງມີ 2 ນະຄອນເຂົ້າຮ່ວມຄື: ແຂວງຢຸນນານ ສປ ຈີນ ແລະ ແຂວງໜອງຄາຍ ປະເທດໄທ.
ພາຍໃນງານບຸນນະມັດສະການພະທາດຫຼວງ ປີນີ້, ໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳ ທີ່ໜ້າທ່ຽວຊົມ ເປັນຕົ້ນ ເຮືອນຊົງລາວ, ຮ້ານວາງສະແດງສິນຄ້າ ເຄື່ອງອຸປະໂພກ, ບໍລິໂພກ, ມີອາຫານພື້ນບ້ານ ປະເພດເຂົ້າຫຼາມ, ປີ້ງໄກ່, ອາຫານລາວ. ນອກຈາກນີ້, ຍັງມີການສະແດງສິລະປະວັນນະຄະດີ (ເວທີກາງ) ການສະແດງການຟ້ອນ, ຂັບລຳ ຈາກກອງສິລະປະກອນສູນກາງ, ສິລະປະ ກອນກອງທັບ, ສິລະປະຈາກບັນດາເມືອງ, ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເຂົ້າຮ່ວມການສະແດງໃນແຕ່ລະມື້.
ທັງນີ້, ແນໃສ່ເພື່ອເປັນການສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຄົງຢູ່ຄູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະ ທຳ ແລະ ປະຫວັດສາດຂອງຊາດ.
ທ່ານ ພູວົງ ວົງຄຳຊາວ ກ່າວຕື່ມວ່າ: ງານບຸນນະມັດສະການພະທາດຫຼວງ ເປັນປາງບຸນປະເພໃຫຍ່ສຳຄັນ, ເປັນສູນກາງເຕົ້າ ໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ ເຊີນຊວນປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທ່ຽວຊົມງານບຸນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ, ປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ປະຕິບັດຕາມກົດລະ ບຽບຂອງງານ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ງານບຸນໃນຄັ້ງນີ້, ດຳ ເນີນໄປດ້ວຍບັນຍາກາດອັນຄຶກຄື້ນ ຮັກສາໄດ້ຄວາມສະຫງົບ, ປອດໄພ.
ພາບ-ຂ່າວ :ວິວັດ ພົມມະຈັນ