ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຫວັດຄວາມເປັນມາຂອງການແຂ່ງຂັນກິລາປະເພນີ “ຕີຄີ”

Nov 15, 2024

ການ​ແຂ່ງຂັນ​ “ຕີຄີ” ​ແມ່ນກິລາ​ພື້ນ​ເມືອງ ​ເຊິ່ງ​ເປັນ​ກິ​ດຈະ​ກຳ​ໜຶ່ງ​ທີ່​ຈັດ​ຂຶ້ນໃນ​ຕອນ​ບ່າຍມື້​ສຸດ​ທ້າຍ​ຂອງ​ບຸນ​ນະມັດສະການ​ພະທາດ​ຫລວງ ​ເພື່ອ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ລະຫວ່າງບ້ານຕໍ່​ບ້ານ ​ແລະ ​ສ້າງ​ຄວາມ​ສາມັກຄີຮັກ​ແພງ​ລະຫວ່າງ ພະນັກງານ​ລັດຖະບານ ​ກັບ​ ປະຊາຊົນ, ພ້ອມ​ຍັງ​ເປັນກິດຈະກຳ​ທີ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ມວນ​ຊົນ​ລາວ ​ແລະ ຕ່າງປະ​ເທດ ​ເຂົ້າ​ຊົມ ​ແລະ ​ເຊຍ​ດັງ​ຟົດ​ສະ​ນັ່ນທົ່ວສະໜາມ​ຫຼວງ (​ເດີ່ນ​ທາດຫຼວງ).
ການ​ແຂ່ງຂັນ​ກິລາ​ພື້ນ​ເມືອງ​ນີ້ ຈາກ​ເມື່ອ​ກ່ອນ​ຕ້ອງ​ຕີ​ໃຫ້​ໄດ້​ໄລຍະ​ໄກ​ທີ່​ສຸດ ຈຶ່ງ​ຈະ​ເປັນ​ຜູ້​ຊະນະ, ​ໄດ້​ພັດທະນາ​ເປັນ​ການ​ແຂ່ງ​ຂັນ​ແບບ​ທີ​ມ ກະຕິ​ກາ​ການ​ແຂ່ງຂັນ ຈຶ່ງ​ຖືກ​ປັບ​ປ່ຽນ​ໄປ​ເປັນ​ການ​ຕີ​ລູກຄີ ​ໃຫ້​ເຂົ້າ​ປະຕູ​ຂອງ​ອີກ​ຝ່າຍ​ໜຶ່ງ ​ໂດຍ​ມີ​ອຸປະກອນ​ທີ່​ເຮັດ​ຈາກ​ພູມ​ປັນຍາ​ດັ່ງ​ເດີມ ນັ້ນ​ກໍ​ຄື “​ໄມ້ຕີ” ທີ່​​ເຮັດ​ຈາກ​ໄມ້​ໄຜ່ ທີ່​ມີ​ບໍລິ​ເວນ​ເຫງົ້າ ຫຼື ​ໂຄນ​ຕົ້ນ​​ເດ່​ອອກ​ມາ​ເປັນ​ຮູບຊົງ​ໂຄ້ງ (ບາງ​ຄົນ​ກໍ​ໃຊ້​ໄມ້​ອື່ນ​ແທນ), ສ່ວນ “ລູກ​ຄີ” ​​ແມ່ນ​ໝາກບານ​ນ້ອຍ​ທີ່​ເຮັດ​ດ້ວຍ​ແພ ຫຼື ປະ​ຍຸກ​ໃຊ້​ວັດຖຸ​ອື່ນ​ເຮັດ​ເປັນ​ລູກ​ຄີ. ປະຕູ ກໍ​ມີ​ລັກສະນະ​ຄື​ປະຕູ​ບາ​ນ​ເຕະ ​ແຕ່​ມີ​ຂະໜາດ​ນ້ອຍ​ກວ່າ ​ໂດຍ​ມີ​ຜູ້​ເຂົ້າ​ແຂ່ງຂັນ​ທີ​ມລະ 11 ຄົນ ຫລື ຫຼາຍ​ກວ່າ​ນັ້ນ.
ສຳລັບການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ ປະຈຳປີ​ 2024​ ແມ່ນກົງກັບວັນທີ 15​ພະຈິກ​ 2024​ ກໍຈະມີຂະບວນແຫ່ລູກຄີ ອອກຈາກກົມມະລຽນທາດ ເພື່ອທຳການແຂ່ງຂັນຕາມ ປະເພນີ. ບໍລິເວນໃຈກາງເດີ່ນພຣະທາດຫຼວງໃນເວລານີ້ ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາ ໂດຍມີນັກ ກິລາ 2 ທີມຈາກຝ່າຍ ລັດຖະບານ ແລະ ທີມຝ່າຍປະຊາຊົນ ເພື່ອທຳການແຂ່ງຂັນຕີຄີ.
ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ, ເຂົ້າໝາກ ປາແພງ, ມີໂຈນຂີ້ລັກ-ງັດແງະຫຼາຍ, ເກີດພະຍາດລະບາດ. ຖ້າປີໃດ ຝ່າຍປະຊາຊົນຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫຼາຍ, ເຂົ້າປາອາຫານ ເຫຼືອຢູ່ເຫຼືອກິນ, ປະຊາຊົນຢູ່ເຢັນເປັນສຸກ ບ້ານເມືອງສະຫງົບສຸກປອດໄພ.
May be an image of 12 people and people playing hockey
May be an image of 8 people and text