ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງບ້ານເມືອງເງິນ ເມືອງເງິນ ແຂວງໄຊຍະບູລີ ຈັດບຸນຖອດຖວາຍກອງກະຖິນສາມັກຄີ ໃນວັນທີ 14 ພະຈິກ 2024 ທີ່ວັດສະຫລີໂພນເງິນ ບ້ານນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍອົງການປົກເມືອງເງິນ ແລະ ຊາວພຸດທະສາຊະນິກະຊົນພາຍໃນເມືອງເຂົ້າຮ່ວມຢ່າງຫລວງຫລາຍ.
ສຳລັບກິດຈະກໍາພາຍໃນງານ ໄດ້ມີການສະແດງສິລະປະ ຂອງໂຮງຮຽນ ມສ ນໍ້າເງິນ ເພື່ອເປັນການສ້າງຄວາມເບີກບານມ່ວນຊື່ນ ທັງເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະວັດທະນະທໍາ ໃຫ້ຄົງຢູ່ຄູ່ກັບຄົນລາວຕະຫລອດໄປ.
ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການຜູກແໜ້ນຄວາມສາມັກຄີກັບບັນດາພະນັກງານການນຳ, ພະນັກງານອາວຸໂສບຳນານ, ບໍລິສັດ-ລັດວິສາຫະກິດທຸກພາກສ່ວນ, ອົງການປົກຄອງບ້ານ, ນັກທຸລະກິດ-ຜູ້ປະກອບການ ພາຍໃນເມືອງ, ຕ່າງເມືອງ, ທັງເປັນການສ້າງກິດຈະກຳຮ່ວມກັນ ຈົນກາຍເປັນເທສະການໜຶ່ງຂອງເມືອງ ທີ່ປະຊາຊົນພາຍໃນເມືອງເງິນ ຮ່ວມແຮງຮ່ວມໃຈປະກອບສ່ວນວັດຖຸເຫື່ອແຮງ ເຂົ້າຮ່ວມງານຢ່າງເປັນຂະບວນຟົດຟື້ນ.
ສຳລັບການຖອດຖວາຍກອງກະຖິນສາມັກຄີຄັ້ງນີ້ ກໍເພື່ອເປັນການລະດົມທຶນ ສິ່ງຂອງວັດຖຸປັດໄຈ ສົມທົບທຶນບູລະນະປະຕິສັງຂອນວັດວາອາຣາມ ແລະ ພັດທະນາສິ່ງທີ່ຈຳເປັນຕ່າງໆ ທີ່ຢູ່ພາຍໃນວັດໃຫ້ມີຄວາມຍືນຍົງຖາວອນຕະຫລອດໄປ.







