ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງພະທາດຫຼວງຈຽງຕຶງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1 ຂອງແຂວງຫຼວງນໍ້າທາ

Nov 18, 2024

ວັນທີ 15 ພະຈິກ 2024 ແຂວງຫລວງນໍ້າທາ ໄດ້ຈັດພິທີປະກາດຮັບຮອງ ພະທາດຫຼວງຈຽງຕຶງ ເມືອງສິງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1 ຂອງ ແຂວງຫຼວງນໍ້າທາ ເພື່ອເປັນການສົ່ງເສີມ ປີທ່ອງທ່ຽວລາວ 2024 ໂດຍການເຂົ້າ ຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ, ພ້ອມດ້ວຍປະຊາຊົນພາຍໃນເມືອງສິງເຂົ້າຮ່ວມ.
ພະທາດຫຼວງຈຽງຕຶງເປັນພະທາດ ທີ່ມີປະຫວັດຄວາມເປັນມາແຕ່ດົນນານ ແລະ ເປັນມິ່ງຂວັນຂອງຊາວພຸດສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ, ຕາມໜັງສືທີ່ບັນທຶກໄວ້ ພະທາດຫຼວງຈຽງຕຶງ ສ້າງຕັ້ງຂື້ນໃນປີ ພສ 400 ໂດຍ ພະຍາອະໂສະກະ ໄດ້ນຳພາປະຊາຊົນຊາວເມືອງສິງ ສ້າງພະທາດຫຼວງຈຽງຕຶງ ຂື້ນ ໂດຍນຳເອົາກະດູກຄໍຫອຍຂອງພະເຈົ້າ 50 ພະອົງ ຫລັງຈາກນັ້ນ 1.618 ປີ, ໃນປີ ພສ 2018 ພະຍາແທນໄຮ້ ໄດ້ນຳພາປະຊາຊົນຊາວເມືອງສິງບັນດາເຜົ່າພ້ອມກັນສ້າງໃຫ້ເປັນດວງທາດ ແລະ ຖືວ່າເປັນການປະຕິສັງຂອນພະທາດຫຼວງຈຽງຕຶງ ຄັ້ງທີ 1. ພສ 2351 ຄັ້ງທີ່ 2 ,ພສ 2431 ຄັ້ງທີ່ 3, ພສ 2500 ຄັ້ງທີ່ 4, ພສ 2563 ຄັ້ງທີ 5 ປິ.
ມາຮອດ ປີ2024 ລວມອາຍຸ ພະທາດຫຼວງຈຽງຕຶງ 2166 ປີ ແລະ ໃນປີ ພສ 2566 ທ່ານ ວຽງສະຫວັດ ສີພັນດອນ ພ້ອມພັນລະຍາ ນາງ ສົມວິໄລວົງ ສຸຂະວົງ ແລະ ຍາດພີ່ນ້ອງ ໄດ້ເປັນເຈົ້າສັດທາ ສ້າງກຸຕິສົງ 1 ຫຼັງ ແລະ ຫ້ອງນໍ້າ ພ້ອມທັງອອກແບບຕົບແຕ່ງ ໜອງສະລະ ໜອງສັກສິດ, ປຸກຕົ້ນໄຮ 7 ສີ, ປູກຕົ້ນໄມ້ປະດັບປະດາຕົບແຕ່ງ ຂອບເຂດບໍລິເວນສັກສິດ ພະທາດຫຼວງຈຽງຕຶງ.
ການປະກາດຮັບຮອງ ພະທາດຈຽງຕຶງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ເປັນການຍົກລະດັບ ແລະປະຊາສໍາພັນສະຖານທີ່ທ່ອງ ຕາມທິດພັດທະນາການທ່ອງ ທ່ຽວຂອງແຂວງ ກໍຄືລັດຖະບານ ທັງເປັນການດຶງດູດ ແລະ ປ່ຽນພຶດຕິກໍາຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈາກພຽງແຕ່ເດີນທາງຜ່ານໃຫ້ກາຍນັກທ່ອງທ່ຽວ ແລະ ພະທາດຈຽງຕຶງ ຈະກາຍເປັນໜຶ່ງໃນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ.
ອີງຕາມຂໍ້ມູນການທ່ອງ ທ່ຽວຂອງ ແຂວງຫລວງນໍ້າທາ ປີ 2010 ມີນັກທ່ອງ ທ່ຽວ ເດີນທາງ ຜ່ານ ແລະ ທ່ອງທ່ຽວ ຢູ່ແຂວງຫຼວງນໍ້າທາ 2 ແສນ 5 ໝື່ນກວ່າຄົນ, ສ້າງລາຍຮັບໄດ້ 2 ລ້ານກວ່າໂດລາ; ປີ 2020 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕົວເລກນັກທ່ອງທ່ຽວຫລຸດລົງ ຍັງເຫລືອພຽງແຕ່ 1 ແສນ 4 ໝື່ນກວ່າເທື່ອຄົນ; ປີ 2023 ນັກທ່ອງທ່ຽວເພີ່ມຂຶ້ນເປັນ 7 ແສນ 9 ໝື່ນກວ່າເທື່ອຄົນ, ສ້າງລາຍຮັບໄດ້ 31 ລ້ານກວ່າໂດລາ; ໃນປີ 2025 ຄາດວ່າຈະມີນັກທ່ອງທ່ຽວເຖິງ 1 ລ້ານ 2 ແສນເທື່ອຄົນ ແລະ ຄາດວ່າຈະສ້າງລາຍຮັບໄດ້ 62 ລ້ານກວ່າໂດລາ; ສະເພາະປີທ່ອງທ່ຽວລາວ 2024 ນີ້ ມີນັກທ່ອງທ່ຽວ ເດີນທາງຜ່ານ ແລະ ເຂົ້າມາທ່ອງທ່ຽວ ແຂວງຫລວງນໍ້າທາ 1 ລ້ານກວ່າເທື່ອຄົນ, ສ້າງລາຍຮັບເຂົ້າແຂວງໄດ້ 46 ລ້ານກວ່າໂດລາ.
ຂ່າວ: ຈັນສະໝອນ ວົງສົດ