ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ 3 ແຂວງ ຄື: ໄຊສົມບູນ, ຫົວພັນ, ແລະ ຊຽງຂວາງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນວັນທີ 15 ພະຈິກ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມ ບູນ ໂດຍການເປັນປະທານຂອງ ສະຫາຍ ພົ.ອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະ ຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ໂອກາດນີ້ ສະຫາຍ ພັອ ວົງພັນ ດາບຸດດີ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາ ການທະຫານ ແຂວງໄຊສົມບູນ ໄດ້ຜ່ານຮ່າງບົດສະຫຼຸບ ປະຈຳປີ 2024 ແລະ ທິດທາງແຜນການ 2025 ຕີລາຄາຄືນສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບັນດາແຂວງ ໃນໄລຍະໜຶ່ງປີທີ່ຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານດ້ານດີຫຼາຍດ້ານ, ສະແດງອອກໃນການຮັບປະກັນເຮັດໃຫ້ປະເທດຊາດຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ 3 ແຂວງ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ພັດທະນາດີຂຶ້ນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ, ສາມາດຮັບປະກັນໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງ ກັນຊາດ- ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງ ຂວາງ ແລະ ຕໍ່ເນື່ອງ.
ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນ, ແລກປ່ຽນບົດຮຽນ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບໝາກຜົນສູງຂຶ້ນກວ່າ.
ໃນໂອກາດນີ້, ສະຫາຍ ພົ.ອ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ບັນດາແຂວງ, ອົງ ການຈັດຕັ້ງ, ພາກສ່ວນກ່ຽວ ຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນ ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ປະ ເທດຊາດກໍຄື 3 ແຂວງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ພາບ-ຂ່າວ: ພຸດທະສອນ ເວດສະວົງ






