ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ປ້ອງກັນປະເທດ ພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນຄັ້ງທີ 18 ແລະ ອາຊຽນ – ບວກ ຄັ້ງທີ 11

Nov 18, 2024

ວັນທີ 16 ພະຈິກ 2024 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມ ແລະ ກວດກາສະຖານທີ່ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນ – ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 19-22 ພະ ຈິກ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ຫົວໜ້າຫນ່ວຍງານວິຊາ ເຈົ້າຫນ້າທີ່ອາວຸໂສ ທັງເປັນຫົວໜ້າກອງເລຂາກອງປະຊຸມປ້ອງກັນປະເທດອາຊຽນ ໄດ້ລາຍງານຄວາມພ້ອມດ້ານຕ່າງາໆ ເປັນຕົ້ນແມ່ນ ເນື້ອໃນ, ພິທີການ, ແຜນການເຄື່ອນໄຫວດຳເນີນກອງປະຊຸມ, ວຽກງານຮັບປະກັນສື່ສານ, ປ້ອງກັນ, ໂຄສະນາ, ເສນາຮັກ, ການບິນ, ພາຫະນະເຕັກນິກ, ລວມເຖິງສະຖານທີ່ຈັດກອງປະຊຸມ, ທີ່ພັກເຊົາສຳລັບພະນັກງານ ແລະ ວຽກງານຮັບປະກັນອື່ນໆ ມາຮອດປະຈຸບັນເຫັນວ່າມີຄວາມພ້ອມຮອບດ້ານ ເພື່ອກະກຽມດຳເນີນ ກອງປະຊຸມດັ່ງກ່າວ ໃຫ້ມີຄວາມຮັບປະກັນ ແລະ ສຳເລັດຕາມຈຸດປະສົງ ລະດັບຄາດຫມາຍທີ່ວາງໄວ້, ຈາກ ນັ້ນ, ບັນດາຄະນະອະນຸກຳມະການ ທີ່ກ່ຽວຂ້ອງໄດ້ຂຶ້ນປະກອບຄໍາເຫັນຢ່າງກົງໄປກົງມາ ເຮັດໃຫ້ການກະກຽມຄວາມພ້ອມດ້ານຕ່າງໆ ມີຄວາມຮັບປະກັນ ໃຫ້ແກ່ການດຳເນີນກອງປະຊຸມດັ່ງ ກ່າວ.
ໂອກາດນີ້ ສະຫາຍ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນເນັ້ນຕື່ມໃຫ້ອະນຸກໍາມະການ ໂດຍສະເພາະພາກສ່ວນເນື້ອໃນ ຕ້ອງສືບຕໍ່ຄົ້ນຄວ້າໃຫ້ລະອຽດຖີ່ຖ້ວນ ແລະ ເລິກເຊິ່ງ ໂດຍສະເພາະບັນຫາທີ່ລະ ອຽດອ່ອນ ພ້ອມກັນນັ້ນ ບັນດາອະນຸກໍາມະການຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບປະກັນການຈັດກອງປະຊຸມໃນຄັ້ງນີ້ ມີຄວາມສະ ຫງົບປອດໄພ, ມີຜົນສໍາເລັດຈົບງາມ.
ຈາກນັ້ນ, ຄະນະຮັບຜິດຊອບ, ອະນຸກຳມະການຈາກພາກສ່ວນຕ່າງໆ ແລະ ພະນັກງານວິຊາການກໍໄດ້ລົງກວດເບີງບັນດາຫ້ອງປະຊຸມ ແລະ ໃນຕອນບ່າຍຂອງວັນດຽວກັນກໍ່ໄດ້ມີການຝືກຊ້ອມຂະບວນລົດຄະນະຜູ້ແທນ ແລະ ວຽກງານອື່ນໆທີສໍາຄັນ.