ກອງປະຊຸມສົ່ງເສີມການຜະລິດ, ການຄ້າ ແລະ ລົງທຶນ ແບບຍືນຍົງ ໃນເຂດອາຊີຕາເວັນອອກສ່ຽງໃຕ້ ຈັດຂຶ້ນໃນວັນທີ 14-15 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ໂດຍ ແມ່ນ ສະມາຄົມຢາງພາລາວ ເປັນເຈົ້າພາບ ພາຍໃຕ້ການເປັນປະທານຂອງໃຫ້ກຽດເຂົ້າຮວ່ມ ໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້.
ກອງປະຊຸມໄດ້ຮັບຟັງການນຳສະເໜີສະພາບຂອງການສົ່ງເສີມການຜະລິດ, ການຄ້າ ແລະ ການລົງທຶນແບບຍືນຍົງ ໃນບັນດາປະເທດໃນເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລກປ່ຽນບົດຮຽນ ແລະ ປຶກສາຫາລືຮ່ວມກັນ ເພື່ອປັບປຸງ ແລະ ພັດທະນາຂະແໜງຢາງພາລາໃຫ້ມີການພັດທະນາແບບຍືນຍົງ ແລະ ສອດຄ່ອງກັບສະພາບປັດຈຸບັນ. ກອງປະຊຸມນີ້ໄດ້ດຳເນີນເປັນເວລາສອງວັນ, ລວມທັງການທັດສະນະສຶກສາຢ້ຽມຢາມພາກສະໜາມຂອງ ບໍລິສັດ ໄທຮົວ ລາວ ຈຳກັດ ທີ່ແຂວງວຽງ ຈັນ ເພື່ອລົງຢ້ຽມຢາມຊຸມຊົນການຜະລິດຢາງພາລາຂະໜາດນ້ອຍ ແລະ ໂຮງງານປຸງແຕ່ງຢາງພາລາ.
ຢາງພາລາທຳມະຊາດມີບົດບາດສຳຄັນ ຊຶ່ງເປັນສິນຄ້າທີ່ສຳຄັນອັນໜຶ່ງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ເຊື່ອມຕໍ່ກັນໂດຍຜ່ານການລົງທຶນ ແລະ ການຄ້າສິນຄ້າກະສິກຳ ແລະ ປ່າໄມ້ຈຳນວນຫຼາຍ. ຊຸມປີມໍ່ໆມານີ້ ໄດ້ເປັນການຂະຫຍາຍການຜະລິດຢາງພາລາໃນບັນດາປະເທດແມ່ນ້ຳຂອງ ໂດຍສະເພາະໃນກຳປູເຈຍ ແລະ ລາວ, ໃນນີ້ສ່ວນໜຶ່ງແມ່ນໄດ້ຮັບການລົງທຶນຈາກພາຍໃນປະເທດ ແລະ ສ່ວນໃຫຍ່ແມ່ນນັກລົງທຶນຈາກປະເທດເພື່ອນບ້ານເຊັ່ນ: ຈີນ, ໄທ ແລະ ຫວຽດນາມ.
ສປ ຈີນ ແມ່ນປະເທດທີ່ໃຊ້ຢາງທຳມະຊາດໃຫຍ່ທີ່ສຸດໃນໂລກ. ຢາງພາລາທຳມະຊາດສ່ວນໃຫຍ່ທີ່ຜະລິດຢູ່ໃນບັນດາປະເທດແມ່ນ້ຳຂອງແມ່ນສົ່ງອອກໄປຈີນ. ການນຳເຂົ້າບາງອັນແມ່ນມາຈາກສວນປູກຂອງນັກລົງທຶນຈີນໃນພາກພື້ນ. ຢາງພາລາທີ່ນໍາເຂົ້າມາໃນປະເທດຈີນ ແມ່ນຖືກປຸງແຕ່ງ ແລະ ຜະລິດເປັນຜະລິດຕະພັນສໍາລັບການນຳໃຊ້ພາຍໃນ ແລະ ສົ່ງອອກໄປ ສະຫະລັດ ອາເມຣິກາ ແລະ ເອີຣົບ ທີ່ເປັນຕະຫຼາດຜູ້ບໍລິໂພກນໍາໃຊ້ທີ່ສໍາຄັນ. ທ່າອ່ຽງໃນປັດຈຸບັນໄດ້ສະແດງໃຫ້ເຫັນວ່າຄວາມຕ້ອງການຢາງພາລາໃຫ້ສອດຄ່ອງກັບທາງດ້ານກົດໝາຍ ແລະ ຄວາມຍືນຍົງເພີ່ມຂຶ້ນ ແລະ ຮຽກຮ້ອງໃຫ້ຮັບຮອງເອົາຢ່າງກວ້າງຂວາງໃນຕະຫຼາດໃນອະ ນາຄົດ.
ຂ່າວ: ກະຊວງກະສິກຳ





