ກອງປະຊຸມຮອບວຽນ ຄັ້ງທີ XIX ລະຫວ່າງ ກອງບັນຊາການທະຫານແຂວງອັດຕະປື, ສປປ ລາວ ແລະ ກອງບັນຊາການແຂວງກອນຕູມ, ສສ ຫວຽດນາມ ປະຈຳປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນກອງບັນຊາການທະຫານແຂວງກອນຕູມ ສສ ຫວຽດນາມ. ຕາງໜ້າຝ່າຍລາວໂດຍ ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈໍາພັກແຂວງ ເລຂາພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື. ຕາງໜ້າຝ່າຍຫວຽດນາມໂດຍ ສະຫາຍ ພັນເອກ ຫງວຽນ ເຖ ວີງ ຫົວ ໜ້າກອງບັນຊາການທະຫານແຂວງກອນຕູມ ພ້ອມດ້ວຍຄະນະສອງຝ່າຍເຂົ້າຮ່ວມ
ກອງປະຊຸມໄດ້ຕີລາຄາຄືນໝາກຜົນຂອງການປະສານສົມທົບ ລະຫວ່າງ ບັນດາກົມກອງໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ, ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກ ເມືອງຂ້າມຊາຍແດນທີ່ຜິດກົດໝາຍ, ພ້ອມທັງຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຈັດຕັ້ງປະຕິບັດຂົງເຂດວຽກງານການທະ ຫານ, ປ້ອງກັນຊາດ, ການແລກປ່ຽກຖອດຖອນບົດຮຽນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ, ພ້ອມທັງເອກະພາບທິດທາງແຜນການຮ່ວມມື ປະຈໍາປີ 2024 ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາໃນໄລຍະຜ່ານມາ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວ ພັນການຮ່ວມມືອັນເປັນມູນເຊື້ອແບບພິເສດຂອງສອງຊາດ, ສອງກອງທັບລາວ-ຫວຽດນາມ ແລະ ສອງກົມກອງທີ່ມີມູນເຊື້ອອັນດີງາມຕໍ່ກັນຕະຫຼອດມາ. ພ້ອມກັນນີ້, ຍັງໄດ້ຕີລາຄາເຖິງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄລຍະຜ່ານ ມາ ຍັງໄດ້ສືບຕໍ່ປັບປຸງເພີ່ມທະວີຫັດແໜ້ນສາຍພົວພັນສາມັກຄີ, ຄວາມຈົງຮັກພັກດີ ລະຫວ່າງ ສອງກອງທັບ.
ເວົ້າລວມ. ເວົ້າສະເພາະ, ກໍຄື ກອງບັນຊາການທະຫານແຂວງອັດຕະປື ສປປ ລາວ ກັບ ກອງບັນຊາການທະຫານແຂວງກອນຕູມ ສສ ຫວຽດນາມ, ຈາກນັ້ນຄະນະຜູ້ແທນທັງສອງຝ່າຍ ໄດ້ປະກອບຄໍາຄິດຄຳເຫັນສຸມໃສ່ຫຼາຍບັນຫາ ທີ່ເກີດຂຶ້ນ ກໍ່ຄືເຫດ ການຕ່າງໆ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຢູ່ພາຍໃນສອງປະເທດ.
ຜ່ານການແລກປ່ຽນສະພາບ ແລະ ການປະກອບຄໍາເຫັນໃນຄັ້ງນີ້ແມ່ນໄດ້ເປັນເອກະພາບ ແລະ ຢັ້ງຢືນເຖິງໝາກຜົນການ ຮ່ວມມືທັງສອງຝ່າຍ ເຊີ່ງຕະຫຼອດໄລຍະທີ່ຜານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດໄດ້ຂະຫຍາຍຕົວດີຂຶ້ນ, ໃນກອງປະຊຸມທັງສອງກອງບັນຊາການຍັງໄດ້ເຊັນບົດບັນທຶກຊ່ວຍຈໍາຮ່ວມກັນອີກດ້ວຍ.
ຂ່າວ: ແສງຫຼ້າ ກຸວົງສາ





