ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້, ທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງ ຊາດ ໄດ້ຂຶ້ນຜ່ານການ ຕົກລົງຂອງກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາ ມັນ ໃນວັນທີ 15 ພະຈິກ 2024. ໂດຍອີງຕາມຄໍາສະເໜີຂອງ ທ່ານ ນາຍົກລັກຖະມົນຕີ ສະບັບເລກທີ 110/ນຍ, ລົງວັນທີ 12 ພະຈິກ 2024 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກຄະນະລັດຖະ ບານ.
ຄະນະປະຈໍາສະພາແຫ່ງຊາດຕົກລົງຮັບຮອງເອົາການຍົກຍ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄປປະຈຳຢູ່ສຳນັກງານນາຍົກ ລັດ ຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດ ຊອບວຽກງານໃນລັດຖະບານ.



