ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຕ່ງຕັ້ງ ທ່ານ ທອງສະຫວັນ ພົມວິຫານ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ

Nov 18, 2024

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້, ທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານການຕົກລົງຂອງກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນວັນທີ 15 ພະຈິກ 2024. ໂດຍອີງຕາມຄໍາສະເໜີຂອງທ່ານ ນາຍົກລັກຖະມົນຕີ ສະບັບເລກທີ 110/ນຍ, ລົງວັນທີ 12 ພະຈິກ 2024 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກຄະນະລັດຖະບານ. ຄະນະປະຈຳສະພາແຫ່ງຊາດຕົກລົງ ຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນລັດຖະມົນຕີກະຊວງການຕ່າງປະເທດ.
May be an image of 1 person, dais and text