ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

10 ເດືອນຜ່ານມາ, ລັດຖະບານ ແກ້ໄຂຄອບຄົວທຸກຍາກໄດ້ 9,415 ຄອບຄົວ ກວມ 27% ຂອງຄາດໝາຍກໍານົດໄວ້

Nov 19, 2024

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ: ໃນ 10 ເດືອນຂອງປີ 2024 ຜ່ານມານີ້, ລັດຖະບານ ໄດ້ພະຍາຍາມ ແລະ ຖືສໍາຄັນວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ທີ່ກຳນົດໄວ້ໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 134/ສພຊ, ລົງວັນທີ 01 ພະຈິກ 2024 ເປັນຕົ້ນ ໄດ້ສຸມໃສ່ນໍາພາ-ຊີ້ນໍາໃນການປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນ ນະບົດ, ເຂດຫ່າງໄກສອກ ຫຼີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະ ນາຊົນນະບົດໃໝ່ ຂອບເຂດທົ່ວປະເທດ ໂດຍໄດ້ໃຫ້ ບູລິມະສິດໃນການຈັດສັນງົບປະມານຂອງລັດ ພ້ອມທັງລະດົມການຊ່ວຍເຫຼືອຈາກຕ່າງປະເທດ ແລະ ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນວຽກງານດັ່ງກ່າວຫຼາຍຂຶ້ນ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ເຂດຊົນນະບົດ ໄດ້ຮັບການພັດທະນາເປັນກ້າວໆ, ສາມາດເຮັດໃຫ້ຄອບຄົວພົ້ນທຸກ ບັນລຸໄດ້ 9,415 ຄອບຄົວ ກວມ 27% ຂອງຄາດໝາຍປີທີ່ກໍານົດໄວ້ (35,000 ຄອບຄົວ); ບ້ານພົ້ນທຸກປະຕິບັດໄດ້ ສາມາດປະຕິບັດໄດ້ 58 ບ້ານ, ກວມ 12% ຂອງຄາດໝາຍທີ່ກຳນົດໄວ້ (500 ບ້ານ); ການສ້າງຄອບຄົວພັດທະນາ ສາມາດປະຕິບັດໄດ້ 3,738 ຄອບຄົວ ກວມ 11% ຄາດ ໝາຍ (33,000 ຄອບຄົວ); ການສ້າງບ້ານພັດທະນາ ສາມາດປະຕິບັດໄດ້ 17 ບ້ານ ກວມ 3% ຂອງຄາດໝາຍທີ່ກຳນົດໄວ້ (500 ບ້ານ); ສ້າງບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ ໄດ້ 06 ບ້ານ ລື່ນແຜນການ 50% (ແຜນການ: ໃຫ້ໄດ້ 4 ບ້ານ); ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ສາມາດປະຕິບັດໄດ້ 177 ຄອບຄົວ ກວມ 41% ຂອງຄາດໝາຍສູ້ຊົນ ກຳນົດໄວ້ (433 ຄອບ ຄົວ); ຈັດສັນທີ່ດິນທຳການຜະລິດ ໃຫ້ປະຊາຊົນໄດ້ 20 ກວມ 2% ຂອງຄາດໝາຍສູ້ ຊົນກໍານົດໄວ້ (1,156 ຄອບຄົວ); ຈັດສັນອາຊີບໄດ້ 1,156 ຄົນ ກວມ 25.26% ຂອງຄາດໝາຍສູ້ຊົນກໍານົດໄວ້ (6,000 ຄົນ).
ສໍາລັບການຈັດຕັ້ງປະຕິບັດ 11 ຕົວຊີ້ວັດດ້ານວຽກງານງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປັດຈຸບັນ ລັດຖະບານ ກຳລັງປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຊຶ່ງຄາດວ່າຈະສາມາດປະເມີນສໍາເລັດໃນທ້າຍປີນີ້.
May be an image of 1 person and text