ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈາກຜູ້ຊົມໃຊ້ກາຍເປັນເຈົ້າຂອງຜະລິດຕະພັນຜ້າຝ້າຍລະຫານໍ້າ

Nov 19, 2024

ໂດຍ: ແສງຈັນ
ການຕໍ່າຫູກທໍໄໝ ເປັນວຽກງານໜຶ່ງທີ່ຢູ່ຄູ່ກັບຄົນລາວ, ແມ່ຍິງລາວ ມາແຕ່ດົນນານ ຈົນກາຍເປັນຜະລິດຕະພັນພາຍໃນຄອບຄົວ ແລະ ພັດທະນາອອກສູ່ສັງຄົມ ຈຶ່ງເຮັດໃຫ້ແມ່ຍິງ, ມີຄວາມມັກ-ຮັກວິທີການຕໍ່າຫູກ-ທໍໄໝ.
ທ່ານນາງ ເຫວີຍ ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2024 ທີ່ເດີ່ນທາດຫຼວງ ນະຄອນວຽງຈັນ ວ່າ: ຕົນເອງເຕີບໃຫຍ່ໃນຄອບຄົວຊາວນາ ໄປຄຽງຄູ່ກັບ ອາຊີບເສີມນັ້ນ ກໍແມ່ນຜະລິດເຄື່ອງນຸ່ງຫົ່ມ ເພື່ອຮັບໃຊ້ພາຍໃນຄອບຄົວ ຊຶ່ງຂັ້ນຕອນຂອງການຜະລິດແມ່ນເຮັດດ້ວຍມື ທັງໝົດ ເຊັ່ນ: ຕໍ່າແຜ່ນແພ ເພື່ອມາຜະລິດເປັນເສື້ອຍິງ-ຊາຍ, ຜ້າບ່ຽງ, ສິ້ນ, ຜ້າຫົ່ມ ແລະ ຜະລິດຕະພັນອື່ນໆ (ມີທັງລາຍດັ່ງເດີມ ແລະ ລາຍແບບໃໝ່). ທັງໝົດນັ້ນ ແມ່ນຜະລິດດ້ວຍຝ້າຍ ແລະ ຍ້ອມສີທຳມະຊາດ. ເມື່ອເວລາຜ່ານໄປ ບັນດາຜະລິດຕະພັນທີ່ຜະລິດເພື່ອຮັບໃຊ້ພາຍໃນຄອບຄົວ ຈຶ່ງມີການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ ແລະ ກາຍເປັນສິນຄ້າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວສະເໝີມາ.
ທ່ານນາງ ເຫວີຍ ກ່າວຕື່ມວ່າ: ເນື່ອງຈາກຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດນັບມື້ຫຼາຍຂຶ້ນ ການຜະລິດພາຍໃນຄອບຄົວ ບາງຄັ້ງບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງລູກຄ້າ ເພາະວ່າ ເຄື່ອງທັງໝົດແມ່ນຜະລິດດ້ວຍມື ຊຶ່ງມີຫຼາຍຂັ້ນຕອນ ກ່ອນຈະຜະລິດອອກສູ່ສາຍຕາຂອງສັງຄົມ ຍ້ອນແນວນັ້ນ ຈຶ່ງໄດ້ນໍາເອົາສີເຄມີຈຳນວນໜຶ່ງເຂົ້າມາຊ່ວຍ ພ້ອມທັງສົ່ງເສີມໃຫ້ປະຊາຊົນຜະລິດ ແລະ ທັງເປັນຜູ້ລົງທຶນທັງໝົດແລ້ວຄິດໄລ່ຄ່າແຮງງານໃນການຜະລິດໃຫ້ກັບຈໍານວນສະມາຊິກ ເຊັ່ນວ່າ ລາຄາຕໍ່າສິ້ນ 1 ຜືນ ຈະໄດ້ເງິນ 25,000 ກີບ, ແພມ້ວນ 1 ແມັດ ຈະໄດ້ເງິນ 8,000 ກີບ (ສະເລ່ຍລາຍຮັບ 1 ມ້ວນ ຄ່າແຮງງານທັງໝົດ 6 ແສນກີບ), ສະມາຊິກກວມຈໍານວນເກືອບ 70 ກວ່າຄົນ ກວມເອົາ 3-4 ບ້ານ. ເພື່ອເປັນການສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ລາຍໄດ້ເສີມຈາກການເຮັດສວນ, ເຮັດນາ. ພ້ອມດຽວກັນນັ້ນກໍໄດ້ສົ່ງເສີມໃຫ້ປະຊາຊົນປູກຝ້າຍ, ປູກຕົ້ນຄາມຕື່ມອີກ. ສຳລັບສິນຄ້າ ມີລາຄາເລີ່ມຕົ້ນ 50,000 ກີບ – 150,000 ກີບ, ຜ້າຫົ່ມ ລາຄາ 150,000 ກີບ. ນອກຈາກຂາຍໃນງານຕ່າງໆແລ້ວ ຍັງມີຮ້ານຢູ່ເຮືອນ ໃນນັ້ນມີທັງຂາຍຍ່ອຍ-ສົ່ງ, ໃຫ້ລູກຄ້າທັງພາຍໃນແຂວງ-ຕ່າງແຂວງ, ສົ່ງອອກຕ່າງປະເທດເປັນບາງຄັ້ງຄາວ ຕາມທີ່ລູກຄ້າສັ່ງເຂົ້າມາ. ໂອກາດດັ່ງກ່າວ, ທ່ານນາງ ເຫວີຍ ຈຶ່ງໄດ້ເຊີນຊວນພໍ່, ແມ່, ປະຊາຊົນລາວ ຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນຜ້າແພລາວ (ຜ້າຝ້າຍລະຫານໍ້າ). ເສື້ອ, ສິ້ນງາມໆ ລາຄາຂາຍບໍ່ແພງ, ສິ້ນລາຄາຂາຍແມ່ນ 150,000 ກີບ – 650,000 ກີບ ສິ້ນລາຍແບບດັ່ງເດີມ ແມ່ນເປັນທີ່ນິຍົມຂອງສັງຄົມລາວ, ເພາະວ່າຂັ້ນຕອນການຜະລິດແມ່ນຍາກຫຼາຍ ປີໜຶ່ງໆໄດ້ຫຼາຍທີ່ສຸດແມ່ນ 100 ກວ່າຜືນ (ພິເສດ ຕີນສິ້ນລາຍດັ່ງເດີມ ບໍ່ໄດ້ຕໍ່າດ້ວຍຟືມຫູກ ໝາຍຄວາມວ່າຜູ້ຜະລິດ ແມ່ນເຮັດດ້ວຍມືຮັດເອົາ), ລາຄາຂາຍເສື້ອເລີ່ມ 350,000 ກີບ – 650,000 ກີບ. ທ່ານນາງ ເຫວີຍ ກ່າວຕື່ມວ່າ: ບົດຮຽນທີ່ດີໆນັ້ນແມ່ນຢູ່ກັບລູກຄ້າ, ການທີ່ໄດ້ນໍາເອົາສິນຄ້າເຂົ້າໄປຂາຍໃນງານໃດໜຶ່ງ ນອກຈາກໄດ້ຈໍາໜ່າຍຜະລິດຕະພັນທີ່ເຮັດດ້ວຍສີມືຂອງເອື້ອຍນ້ອງແມ່ຍິງລະຫານໍ້າແລ້ວ ຍັງເປັນການແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ນັ້ນກໍໝາຍຄວາມວ່າ ໄດ້ສັງເກດເບິ່ງຄວາມນິຍົມຂອງສັງຄົມໄປໃນໂຕເລີຍ ຄືວ່າລູກຄ້ານິຍົມໃນຮູບແບບໃດ ຈະຜະລິດອອກ ເພື່ອຮັບໃຊ້ໃຫ້ກັບສັງຄົມຄືແນວນັ້ນ (ລາຍແບບໃໝ່, ລາຍປະສົມປະສານ) ເພື່ອໃຫ້ຖືກຕ້ອງກັບລົດນິຍົມຂອງຜູ້ຊົມໃຊ້.
ແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ຕໍ່າຫູກ-ທໍໄໝ ເພີ່ມການຜະລິດຢ່າງຫຼວງຫຼາຍ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ຢ່າງທົ່ວເຖິງ ແລະ ຈະຜະລິດຕາມການຂະຫຍາຍຕົວຂອງສັງຄົມ ກໍຄືຕາມຄວາມນິຍົມຊົມຊອບຂອງລູກຄ້າ, ຖ້າຫາກວ່າທ່ານໃດຕ້ອງການນໍາໄປໃຊ້ພາຍໃນຄອບຄົວ ຫຼື ຕ້ອງການນໍາໄປຈໍາໜ່າຍ ສາມາດຕິດຕໍ່ໄດ້ທີ່ເບີໂທລະສັບ 020 9953 5363.