ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານລ້ຽງນໍ້າຊາ ພົບປະນັກການທູດຍິງ ແລະ ພັນລະຍານັກການທູດ ປະຈໍາປີ 2024

Nov 19, 2024

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກ ຈາກສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 19 ພະຈິກ 2024 ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານຮອງນາຍົກລັດຖະມົນຕີ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫະພັນແມ່ຍິງບັນດາກະຊວງ ເຂົ້າຮ່ວມ.
ທ່ານ ນາງ ອາລຸນີ ກົມມະສິດ ໄດ້ມີຄຳເຫັນວ່າ: ງານລ້ຽງນໍ້າຊາປີນີ້ ແມ່ນມີຄວາມໝາຍສໍາຄັນ ຊຶ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປປ ລາວ ຫາກໍສຳເລັດການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຜົນສໍາເລັດດັ່ງກ່າວ, ແມ່ນແນ່ນອນປາສະຈາກບໍ່ໄດ້ ການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ລວມເຖິງອົງການຈັດຕັ້ງສາກົນຕ່າງໆ. ໃນນັ້ນ, ແມ່ຍິງລາວຂອງພວກເຮົາ ໂດຍສະເພາະແມ່ຍິງກະຊວງການຕ່າງປະເທດ ກໍໄດ້ເປັນສ່ວນໜຶ່ງທີ່ສໍາຄັນປະກອບສ່ວນຢ່າງຫລວງຫລາຍເຂົ້າໃນຜົນສໍາເລັດດັ່ງກ່າວ.
“ງານລ້ຽງນ້ຳຊາ” ເປັນກິດຈະກຳເຄື່ອນໄຫວປະຈຳປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໂດຍມີຈຸດປະສົງ ເພື່ອເຕົ້າໂຮມພົບປະສັງສັນ, ສ້າງຄວາມລຶ້ງເຄີຍ, ຄວາມຮັກແພງ ແລະ ແລກປ່ຽນວັດທະນະທຳ ເຊິ່ງກັນ ແລະ ກັນ, ທັງຍັງເປັນການສ້າງເຄືອຄ່າຍການປະສານງານໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືກັບປະເທດຕ່າງໆ ລະຫວ່າງ ນັກການທູດຍິງ ແລະ ພັນລະຍານັກການທູດ ຂອງລາວ ແລະ ຕ່າງປະເທດ ທີ່ປະຈໍາການຢູ່ ສປປ ລາວ. ໃນງານລ້ຽງນໍ້າຊາ, ນອກຈາກໄດ້ມີການວາງສະແດງສິນຄ້າທີ່ຫລາກຫລາຍ ແລະ ອາຫານລາວ ຂອງບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິລະປະວັດທະນະທໍາລາວ ຈາກການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງ ກະຊວງການຕ່າງປະເທດ, ຄຕພ ແລະ ການປະກອບສ່ວນສະແດງສິລະປະ ອັນເປັນເອກະລັກປະຈໍາຊາດຂອງ ບັນດາສໍານັກງານການທູດຕ່າງປະເທດ ປະຈໍາ ສປປ ລາວ ເຊິ່ງໄດ້ສ້າງບັນຍາກາດອັນຄຶກຄື້ນ, ເບີກບານມ່ວນຊື່ນ ແລະ ປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ.
ໃນໂອກາດດຽວກັນນີ້, ບັນດາແຂກທີ່ເຂົ້າຮ່ວມກໍໄດ້ອວຍພອນສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 ເຊິ່ງກັນ ແລະ ກັນ ດ້ວຍຄວາມເບີກບານມ່ວນຊື່ນ.
ທີ່ມາ: ຂປລ