ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປົ້າໝາຍໃນການລົງທຶນຂອງລັດ ໃນປີ 2025

Nov 19, 2024

ອີງຕາມບົດລາຍງານແຜນການລົງທຶນຂອງລັດ ປະຈໍາປີ 2025 ທີ່ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ວ່າ: ປີ 2025 ມີງົບປະມານລົງທຶນຂອງລັດໃນເບື້ອງຕົ້ນທັງໝົດ 5.300 ຕື້ກີບ ເພີ່ມຂຶ້ນ 6% ທຽບໃສ່ແຜນປະຈໍາປີ 2024 ແຕ່ອີງຕາມການແຈ້ງລ່າສຸດຂອງກະຊວງການເງິນ ຄາດວ່າຈະເພີ່ມຂຶ້ນອີກ 150 ຕື້ກີບ, ດັ່ງນັ້ນ ຄາດວ່າງົບປະມານລົງທຶນຂອງລັດ ໃນປີ 2025 ມີທັງໝົດ 5.450 ຕື້ກີບ ລາຍລະອຽດແມ່ນຈະໄດ້ມີການຄົ້ນຄວ້າພາຍຫຼັງທີ່ໄດ້ຮັບແຈ້ງການຢ່າງເປັນທາງການຈາກ ກະຊວງການເງິນ.
ສໍາລັບເປົ້າໝາຍໃນການລົງທຶນຂອງລັດ ປີ 2025 ລວມມີ:
1). ແກ້ໄຂໄພພິບັດທຳມະຊາດ, ສະໜອງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ໂຄງລ່າງ ໃນເຂດຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊັ່ນ: ບຸກເບີກ ເນື້ອທີ່ທໍາການຜະລິດ, ການສະໜອງເຕັກນິກ, ແນວພັນ, ຊົນລະປະທານ ຫຼື ຝາຍ ເກັບນໍ້າຂະໜາດນ້ອຍ, ການສະໜອງຕາຂ່າຍໄຟຟ້ານໍ້າສະອາດ, ສຸກສາລາ, ໂຮງຮຽນ, ຫໍພັກນັກຮຽນກິນນອນຊົນເຜົ່າເຂດຫ່າງໄກສອກຫຼີກ ແລະ ຈຸດສຸມຕ່າງໆ, ເສັ້ນ ທາງດິນແດງເຂົ້າບ້ານ ຫຼື ກຸ່ມບ້ານ ເຊິ່ງໂຄງການເຫຼົ່ານີ້ມູນຄ່າບໍ່ສູງ (ມູນຄ່າບໍ່ເກີນ 7 ຕື້ກີບ)
2). ເສັ້ນທາງເຂົ້າສູ່ເຂດການຜະລິດ, ບໍລິການ ທີ່ຕິດພັນກັບການນໍາໃຊ້ລົດໄຟ ລາວ-ຈີນ ແລະ ການຂົນສົ່ງສິນຄ້າໄປຕ່າງປະເທດ
3). ໂຄງການປັບປຸງກິດຈະກຳພື້ນຖານໂຄງລ່າງທີ່ຕິດພັນກັບການຊຸກຍູ້ການ ເກັບລາຍຮັບ ທີ່ສະໜັບສະໜູນວຽກງານການທ່ອງທ່ຽວ
4). ໂຄງການທີ່ຈຳເປັນທາງດ້ານຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
5). ເຝິກອົບຮົມສີມືແຮງງານ ແລະ ການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແຮງງານ ລາວ, ເຝິກອົບຮົມວຽກງານວິຊາການ, ການຖ່າຍທອດວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນທັນສະໄໝດ້ວຍລະບົບດິຈິຕອນ;
6). ການສະໜອງອຸປະກອນການແພດ, ອຸປະກອນການສຶກສາ, ອຸປະກອນສໍາລັບຊຸກຍູ້ ການເກັບລາຍຮັບ ແລະ ອຸປະກອນສໍາລັບການພັດທະນາສີມືແຮງງານ;ການເກັບລາຍຮັບ ແລະ ອຸປະກອນສໍາລັບການພັດທະນາສີມືແຮງງານ
7). ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນ (ສະເພາະຂະແໜງການທີ່ລະບຸໄວ້ຕາມກົດໝາຍວ່າດ້ວຍການລົງທຶນລັດ)
😎. ການສ້າງຕົວແບບການຜະລິດ, ການສົ່ງເສີມການຜະລິດພາຍໃນຢ່າງແຂງແຮງ ແລະການຄໍ້າປະກັນສະບຽງອາຫານ;
9). ການສ້ອມແປງພື້ນຖານໂຄງລ່າງທີ່ເປ່ເພ ແລະ ຊຸດໂຊມ ເພື່ອໃຫ້ສາມາດນໍາໃຊ້ໄດ້ ປົກກະຕິ, ໃນນັ້ນ ສໍາລັບສໍານັກງານຫ້ອງການບ່ອນເຮັດວຽກ ແມ່ນຕ້ອງເປັນບ່ອນ ທີ່ຈໍາເປັນແທ້ໆ ເຊັ່ນ: ສ້ອມແປງລະບົບໄຟຟ້າ, ລະບົບນໍ້າປະປາ, ຫຼັງຄາເປ່ເພເສຍ ຫາຍ ເພື່ອໃຫ້ອາຄານສໍານັກງານສາມາດນໍາໃຊ້ໄດ້.
May be an image of 2 people and text