ທ່ານ ວໍລະສິດ ສິວົງດາວ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ 2024 ໂດຍສະເໜີໃຫ້ລັດຖະບານຮີບ ຮ້ອນເອົາໃຈໃສ່ແກ້ໄຂບັນຫາປະລະການຮຽນໃຫ້ໄດ້ໂດຍໄວ.
ທ່ານກ່າວວ່າ: ຜ່ານການລົງຊຸກຍູ້ຕິດຕາມກວດກາວຽກງານການສຶກສາ ເຫັນວ່າຂົງເຂດການສຶກສານັ້ນ ແມ່ນໜ້າເປັນຫ່ວງຫລາຍ ເປັນຕົ້ນ ແມ່ນຄຸນນະພາບການສຶກສາຍັງຕໍ່າ ໂດຍສະ ເພາະຢູ່ໃນເຂດຊົນນະບົດການປະລະການຮຽນ ແມ່ນຢູ່ໃນຊັ້ນປະຖົມສຶກສາ, ສໍາລັບເຂດຕົວເມືອງ ແມ່ນປະລະໃນຊັ້ນມັດທະ ຍົມສຶກສາ ຍ້ອນສະພາບເສດ ຖະກິດ ຈຶ່ງເຮັດໃຫ້ພາກັນຫລັ່ງໄຫລໄປເຮັດວຽກ. ສະນັ້ນ ສະເໜີລັດຖະບານ ຕ້ອງເອົາໃຈໃສ່ຮີບຮ້ອນແກ້ໄຂແທ້ໆ.
ມີຫລາຍສາເຫດທີ່ເຮັດໃຫ້ເກີດການປະລະການຮຽນ ແລະ ຄຸນນະພາບການສຶກສາຕໍ່າ ເຊິ່ງໜຶ່ງໃນນັ້ນແມ່ນ ຍ້ອນຄູສອນບໍ່ພຽງພໍ ຕ້ອງໄດ້ສອນຫ້ອງຄວບ ເຮັດໃຫ້ບໍ່ສາມາດຮັບປະກັນທາງດ້ານຄຸນນະພາບການສຶກສາ. ສໍາລັບ ແຂວງສະຫວັນນະເຂດ ມີໂຮງຮຽນ 2.000 ກວ່າແຫ່ງ, ມີຄູສອນພຽງແຕ່ 8.000 ຄົນ, ໃນນັ້ນ ຄູອາສາສະມັກ 1.600 ຄົນ ເມື່ອເບິ່ງສັດສ່ວນຖືກໂຮງ ຮຽນຫລັງໜຶ່ງພຽງແຕ່ 4 ຄົນ. ອັນທີສອງ ຫລັກສູດການສຶກ ສາໃໝ່ນີ້ ເປັນບັນຫາ ເພາະວ່າຢູ່ຊົນນະບົດ ບໍ່ມີໂຮງຮຽນອະນຸ ບານ ບໍ່ມີຫ້ອງ ປ ກຽມ, ບໍ່ໄດ້ຮຽນພະຍັນຊະນະ, ສະຫລະ ບໍ່ຄືກັບໂຮງຮຽນໃນເມືອງ.
ທ່ານກ່າວຕື່ມວ່າ: ອີກບັນຫາໜຶ່ງ ແມ່ນຍ້ອນບັນຫາເສດຖະກິດ ຄອບຄົວຂອງນັກຮຽນ. ສໍາລັບ ການແກ້ໄຂໃນທັດສະນະຂອງຕົນ ກ່ຽວກັບຄຸນນະພາບການສຶກສາຕໍ່າ ຕ້ອງໄດ້ເພີ່ມຄູສອນໃຫ້ພຽງພໍ ຢ່າງໜ້ອຍຫ້ອງໜຶ່ງຕ້ອງມີຄູ 1 ຄົນ ຮັບຜິດຊອບ. ພ້ອມນີ້, ລັດຖະບານຕ້ອງໄດ້ຊ່ວຍຊອກງົບປະມ ານເຂົ້າໄປບໍ່ມີຕ້ອງໄດ້ແກ້, ພ້ອມທັງແກ້ໄຂຫລັກສູດການສຶກສາ ຄືນໃໝ່, ທົບທວນຄືນໃໝ່ ແລະ ອື່ນໆ.



