ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີລັດຖະບານ ລາຍງານຄືນກ່ຽວກັບໂຄງການຂຸດຄົ້ນບໍ່ແຮ່ ແລະ ການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ

Nov 19, 2024

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ 2024. ສະມາ ຊິກສະພາແຫ່ງຊາດໄດ້ພ້ອມກັນປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ.
ໃນໂອກາດນີ້, ພົນຕີ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ປະກອບຄຳເຫັນ ກ່ຽວກັບການຈັດເກັບລາຍຮັບຈາກໂຄງການບໍ່ແຮ່ຂອງລັດຖະ ບານ ເຊິ່ງປັດຈຸບັນ ສູນກາງ ແລະ ທ້ອງຖິ່ນ ໄດ້ອະນຸມັດໂຄງການ ການສໍາຫລວດການປຸງແຕ່ງແຮ່ທາດທັງໝົດ 1.000 ກວ່າບໍລິ ສັດ, ມີ 1.200 ກວ່າກິດຈະກໍາ. ເມື່ອເບິ່ງການຈັດເກັບລາຍຮັບຈາກໜ່ວຍງານຂອງ ກະຊວງການເງິນ ເຫັນວ່າບໍ່ສົມສ່ວນ.
ສະນັ້ນ, ທ່ານໄດ້ສະເໜີໃຫ້ລັດຖະບານ ລາຍງານຄືນກ່ຽວກັບໂຕເລກຜ່ານການປະເມີນ ໄດ້ໂຈະ ແລະ ຖອນຄືນໂຄງການ ມາເປັນຂອງລັດຖະບານມີຈັກໂຄງການ.
ນອກຈາກນີ້ ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງບັນຫາດັ່ງກ່າວຢູ່ 5 ແຂວງພາກເໜືອມີ 5.800 ກວ່າຄັນ, ສະເໜີໃຫ້ລັດຖະບານ ໄດ້ຮີບຮ້ອນລົງສົມທົບກັບບັນດາແຂວງ, ລົງໄປເບິ່ງສະພາບຄວາມເປັນຈິງ ແລະ ແກ້ໄຂໃຫ້ຖືກຕ້ອງຕາມຂະບວນ ການ. ສ່ວນໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ບັນດາແຂວງພາກ ເໜືອ ແລະ ພາກໃຕ້ ເວົ້າສະເພາະ ຢູ່ແຂວງບໍ່ແກ້ວ ແມ່ນມີຜົນກະທົບຫລາຍໃນໄລຍະລະດູຝົນ, ສ້າງຜົນເສຍຫາຍຕໍ່ເຮືອນຂອງປະຊາຊົນ ແລະ ເສັ້ນທາງ ທີ່ຢູ່ລຽບແຄມນ້ຳ ໄດ້ຮັບຄວາມເສຍ ຫາຍ.
May be an image of 5 people, people studying, newsroom and text