ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ນີ້ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ໃຫ້ຮູ້ວ່າ: ໃນປີ 2024 ນີ້ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດ 5 ຕົວຊີ້ວັດດ້ານວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຜ່ານການປະຕິບັດ ຄາດວ່າຈະສາມາດບັນລຸຕາມແຜນ ມີ 4 ຕົວຊີ້ວັດ, ສ່ວນອີກ 1 ຕົວຊີ້ວັດບໍ່ບັນລຸໄດ້ ຄື: ການຂຶ້ນທະບຽນອອກໃບຕາ ດິນ ເພາະມາຮອດປັດຈຸບັນປະຕິບັດໄດ້ ຈໍານວນ 143,365 ຕອນ, ເທົ່າກັບ 47.78% ຂອງແຜນການ ແລະ ໝົດປີ ຄາດວ່າຈະປະຕິບັດໄດ້ 220,000 ຕອນ ເທົ່າກັບ 75% ຂອງ ແຜນການ (ແຜນ 300,000 ຕອນ).
ທ່ານກ່າວຕື່ມວ່າ: ສາເຫດທີ່ບໍ່ບັນລຸແຜນການຍ້ອນມີຄວາມຫຍຸ້ງຍາກໃນການມອບວຽກຂຶ້ນທະບຽນອອກ ໃບຕາດິນໃຫ້ກັບເມືອງຍັງບໍ່ທັນສຳເລັດ ເຮັດໃຫ້ມີຂັ້ນຕອນແກ່ຍາວໃນການເຊັນໃບຕາດິນ ແລະ ທີ່ດິນທີ່ຍັງເຫຼືອສ່ວນຫຼາຍເປັນທີ່ດິນປ່າ ໄມ້ ແລະ ທີ່ດິນກະສິກຳ ເຊິ່ງມີຂະຫນາດຕອນໃຫຍ່ ແລະ ນອນໃນເຂດຊົນນະບົດຫ່າງ ໄກສອກຫຼີກ ເຊິ່ງຕ້ອງໄດ້ໃຊ້ເວລາໃນການສໍາຫລວດວັດແທກ ແລະ ຈັດສັນກ່ອນອອກໃບຕາດິນ.



