ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18

Nov 20, 2024

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ພາຍໃຕ້ຫົວຂໍ້: “ອາຊຽນຮ່ວມກັນເພື່ອສັນຕິພາບ, ຄວາມຫມັ້ນ ຄົງ ແລະ ຄວາມເຂັ້ມເເຂງຂອງອາຊຽນ ຈັດຂື້ນໃນຕອນເຊົ້າວັນທີ 20 ພະຈິກ 2024 ຢູ່ຫໍປະຊຸມເເຫ່ງຊາດ, ນະຄອນຫລວງວຽງ ຈັນ ພາຍໃຕ້ການເປັນປະທານຂອງ ພົນເອກ ຈັນສະຫມອນ ຈັນ ຍາລາດ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນ ປະເທດ. ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດຈາກ 10 ປະເທດສະມາຊິກອາຊຽນ ເເລະ ຕີມໍເຣັດສເຕ ໃນນາມເປັນປະເທດສັງເກດການ, ພ້ອມດ້ວຍຕາງຫນ້າກອງເລຂາອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພົນເອກ ຈັນສະຫມອນ ຈັນຍາລາດ ມີຄໍາເຫັນກ່າວໄຂກອງປະຊຸມວ່າ: ປັດຈຸບັນ ສະພາບການໃນພາກພື້ນ ແລະໃນໂລກ ໄດ້ຜັນເເປໄປຢ່າງສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ໄດ້ກາຍ ເປັນໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ສັນຕິພາບ, ຄວາມຫມັ້ນຄົງ, ການຮ່ວມມື ແລະ ການພັດທະນາເສດຖະກິດ-ສັງຄົມ ໃນພາກ ພື້ນ ແລະ ໂລກ,ໂດຍສະເພາະການປ່ຽນແປງທາງດ້ານການເມືອງ, ການທະຫານ ເເລະ ໄພທໍາມະຊາດ ດັ່ງນັ້ນພວກເຮົາຕ້ອງສົນທະ ນາ ແລະ ຄົ້ນຄວ້າຮ່ວມກັນ ເພື່ອຫາວິທີເເກ້ໄຂ ພ້ອມທັງໃຫ້ແນ່ໃຈວ່າ ພາກພື້ນຂອງພວກເຮົາ ມີຄວາມຫມັ້ນຄົງ ແລະ ສາ ມາດຕອບໂຕ້ກັບສີ່ງທ້າທາຍຕ່າງໆໄດ້ ໃນເວລາດຽວກັນ, ASEAN ຕ້ອງ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັກສາຄວາມເປັນເອກະພາບ ແລະ ຄວາມເປັນໃຈກາງຂອງອາຊຽນເປັນເພື່ອເປັນເເຮງຊຸກດັນທີ່ເຂັ້ມເເຂງ ເພື່ອໃຫ້ ສາມາດຮັບມືກັບບັນຫາຕ່າງໆທີ່ອາດຈະເກີດຂື້ນໄດ້ຢ່າງທັນການ ເພື່ອເຮັດໃຫ້ສັງຄົມມີຄວາມຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍຢູ່ໃນພາກພື້ນ
ພົນເອກ ຈັນສະຫມອນ ຈັນຍາລາດ ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນຫຼາຍສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ກ່ຽວຂ້ອງຮ່ວມກັນ ເເນໃສ່ຮັບປະກັບເຮັດໃຫ້ວຽກງານປ້ອງກັນປະເທດຂອງເເຕ່ລະປະເທດນັບມື້ໄດ້ຮັບການພັດທະນາຢ່າງມີປະສິດທິພາບເເລະປະສິດທິຜົນ ພ້ອມທັງຮຽກຮ້ອງໃຫ້ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມຄົ້ນຄວ້າປຶກສາຫາລືເເລະປະກອບຄໍາເຫັນຢ່າງມີລັກສະນະສ້າງສັນ,ມີບັນຍາກາດ ເເລະ ມີຄວາມເປັນເອກະພາບສູງ ເພື່ອເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້.
ຂ່າວ: ເດດອາລຸນ ແກ້ວວິໄລ