ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງພະບາງສືບຕໍ່ເພີ່ມທະວີຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ

Nov 20, 2024

ເມືອງມໍລະດົກໂລກຫຼວງພະບາງ ມີວັດວາອາຮາມອັນສວຍສົດງົດງາມ, ປະຊາຊົນມີວັດທະນະ ທຳ-ຮີດຄອງປະເພນີທີ່ດີງາມ ແລະ ມີສະຖາປັດຕະຍະກຳທີ່ເກົ່າແກ່ ທີ່ເປັນມົນສະເໜ່ ແລະເອກະລັກສະເພາະຂອງ ເມືອງຫຼວງພະບາງ.
ໃນໂອກາດທີ່ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດບັນດາເຈົ້າແຂວງຕາມແລວທາງເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ປະຈຳປີ 2024 ກາງເດືອນນີ້ ທີ່ ແຂວງ ຢຸນນານ ສປ ຈີນ, ເພື່ອປຶກສາຫາລື ແລະ ແລກ ປ່ຽນກ່ຽວກັບທິດທາງການຮ່ວມມື ແລະ ການພັດທະນາຮ່ວມກັນລະຫວ່າງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນໄລຍະ 10 ເດືອນຜ່ານມາ, ມີນັກທ່ອງທ່ຽວ ເດີນທາງມາທ່ຽວຫຼວງພະບາງຈຳນວນ 1,7 ລ້ານຄົນ ແລະ ເມື່ອບໍ່ດົນມານີ້, Lonely Planet ກໍ່ໄດ້ຈັດອັນດັບໃຫ້ ສປປ ລາວ ກໍ່ຄື ຫຼວງພະບາງ ຢູ່ອັນດັບທີ 4 ໃນ 30 ເມືອງທົ່ວໂລກ ເປັນເມືອງທີ່ໜ້າໄປທ່ອງທ່ຽວທີ່ສຸດໃນປີ 2025 ແລະອົງການ Green Destination ໄດ້ຈັດອັນດັບໃຫ້ເມືອງຫຼວງພະບາງເປັນໜຶ່ງໃນເມືອງຍອດນິຍົມທ່ອງທ່ຽວສີຂຽວ ປີ 2024. ຄວາມສຳເລັດທີ່ຫຼວງພະບາງ ຍາດມາໄດ້ຄືດັ່ງທີ່ກ່າວມານັ້ນ ເປັນໜຶ່ງໃນປັດໃຈທີ່ສຳຄັນ ກໍ່ແມ່ນ ເສັ້ນທາງລົດໄຟ ລາວ-ຈີນ ທີ່ຫາກໍ່ເປີດນໍາໃຊ້ໃນປີ 2021 ທີ່ຜ່ານມານີ້. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນແຮງຂັບເຄື່ອນການຄ້າ-ການລົງທຶນສອງຝ່າຍ ລາວ-ຈີນ ແລະ ອະນຸພາກພື້ນ.
ນັບແຕ່ມື້ເປີດໃນທ້າຍປີ 2021 ເປັນຕົ້ນມາ, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງໂດຍສານແລ້ວຫຼາຍກວ່າ 6 ລ້ານຄົນ, ໄດ້ຂົນສົ່ງໂດຍສານຂ້າມແດນແລ້ວ ຫຼາຍກວ່າ 2 ແສນຄົນ. ນອກນັ້ນ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 10 ລ້ານໂຕນ ຊຶ່ງເຮັດໃຫ້ໃນໄລຍະ 9 ເດືອນຜ່ານມາ, ການຄ້າສອງຝ່າຍ ລາວ-ຈີນ ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາ.
ເພື່ອເພີ່ມທະວີການຮ່ວມມືພາຍໃນອະນຸພາກພື້ນ ໃນຕໍ່ໜ້າແມ່ນຈະສືບຕໍ່ປັບປຸງພື້ນຖານໂຄງລ່າງ ແລະ ການເຊື່ອມຈອດພາກພື້ນ ເພື່ອສ້າງໂອກາດໃໝ່ໃຫ້ແກ່ການຄ້າ, ການທ່ອງທ່ຽວ ແລະ ການຮ່ວມມືໃນອະນຸພາກພື້ນ, ສົ່ງເສີມການທ່ອງທ່ຽວແບບຍືນຍົງ ແລະ ການອະນຸລັກຮັກສາວັດທະນະທຳ, ເປັນມິດກັບສິ່ງແວດລ້ອມ ເພື່ອການເຕີບໂຕດ້ານເສດຖະກິດທີ່ຍືນຍົງ, ສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບສະພາບການປ່ຽນແປງດິນຟ້າອາກາດທີ່ນັບມື້ນັບຮຸນແຮງຂຶ້ນ ກາຍເປັນສິ່ງທ້າທາຍໃຫ້ແກ່ ອະນຸພາກພື້ນຂອງພວກເຮົາ ເປັນຕົ້ນ: ໄພພິບັດ, ມົນລະຜິດທາງອາກາດ ຫຼື ຝຸ່ນລະອອງ, ສ້າງໂຄງການຮ່ວມມືດ້ານວິຊາການ ໂດຍສະເພາະ ການຝຶກອົບຮົມດ້ານທັກສະຕ່າງໆ, ການໃຫ້ຄວາມຮູ້ດ້ານເຕັກໂນໂລຊີດີຈີຕອນ ແລະ ທັກສະການເປັນຜູ້ປະກອບການ ໂດຍສະເພາະ ໃຫ້ແກ່ຊາວໜຸ່ມ ແລະ ແມ່ຍິງ ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງອະນຸພາກພື້ນແມ່ນໍ້າຂອງ ແລະອື່ນໆ.
ທີ່ມາ: ແຂວງຫຼວງພະບາງ