ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

7 ຂໍ້ຄົງຄ້າງ ລັດຖະບານຕ້ອງປັບປຸງເພື່ອແກ້ໄຂບັນຫາຢາເສບຕິດ

Nov 21, 2024

7 ຂໍ້ຄົງຄ້າງ ລັດຖະບານຕ້ອງປັບປຸງເພື່ອແກ້ໄຂບັນຫາຢາເສບຕິດ
ໃນບົດລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ ແຕ່ເດືອນ 1-10/2024 ທີ່ ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2024 ນີ້ ໄດ້ຍົກໃຫ້ເຫັນວ່າ: ຄຽງຄູ່ຈຸດດີ ແລະ ຜົນງານໃນການແກ້ໄຂບັນຫາຢາເສບຕິດຕະ ຫລອດໄລຍະ 10 ເດືອນຂອງປີ 2024, ເຫັນວ່າຍັງມີບາງດ້ານທີ່ຈະຕ້ອງໄດ້ປັບປຸງແກ້ ໄຂ ດັ່ງນີ້:
1. ຄະນະນໍາ; ເປັນຕົ້ນແມ່ນຂັ້ນຮາກຖານຫຼາຍບ່ອນ, ຫຼາຍຂະແໜງການ ທັງຢູ່ສູນ ກາງ ແລະ ທ້ອງຖິ່ນ ຍັງກໍາບໍ່ແໜ້ນເນື້ອໃນຈິດໃຈຂອງວາລະແຫ່ງຊາດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບໍ່ທັນໄດ້ຮັບການນໍາພາ-ຊີ້ນໍາ ໃຫ້ມີຄວາມເປັນເອກະພາບໃນທົ່ວສັງຄົມ.
2. ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ, ຊຸມຊົນ ບໍ່ທັນແຂງແຮງ, ການສະໜັບສະໜູນຈາກມະຫາຊົນ, ຂະແໜງ ການກ່ຽວຂ້ອງ ບໍ່ທັນເປັນເຈົ້າການເຂົ້າ ຮ່ວມຢ່າງຕັ້ງໜ້າ, ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ບໍ່ທັນມີປະສິດທິຜົນດີເທົ່າ ທີ່ຄວນ.
3. ກົດໝາຍ ແລະ ນິຕິກໍາ ເຖິງແມ່ນວ່າໄດ້ຮັບການປັບປຸງແກ້ໄຂ, ແຕ່ການໂຄສະ ນາເຜີຍແຜ່ ບໍ່ທັນກວ້າງຂວາງເລິກເຊິ່ງ, ສະຕິຕໍ່ກົດໝາຍ ແລະ ນິຕິກໍາ ບໍ່ທັນເຂັ້ມງວດ.
4. ການປະກອບວັດຖຸອຸປະກອນ, ພາຫະນະເຕັກນິກ ຍັງພົບຄວາມຫຍຸ້ງຍາກ, ເຮັດໃຫ້ການປະຕິບັດໜ້າທີ່ຢູ່ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍ; ຂອດການປະສານງານລະຫວ່າງກະຊວງກັບກະຊວງ, ກະ ຊວງ ກັບຂະແໜງການທີ່ກ່ຽວຂ້ອງ, ຢູ່ຂັ້ນສູນ ກາງ ແລະ ທ້ອງຖິ່ນບໍ່ທັນກົມກຽວເທື່ອ.
5. ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ຍັງແອອັດ, ຍັງຂາດງົບປະມານ, ຂາດຢາປິ່ນ ປົວພະຍາດ, ຂາດການຝຶກວິຊາຊີບ, ອັດຕາກິນຍັງຈໍາກັດບໍ່ພຽງພໍ.
6. ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບປະເທດໃກ້ຄຽງໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຍັງເກີດມີການລັກລອບຂົນສົ່ງ, ຄ້າ-ຂາຍຢາເສບຕິດຢູ່ຕາມເຂດຊາຍແດນ ຢ່າງຕໍ່ເນື່ອງ.
7. ຄວາມເປັນເຈົ້າການຂອງຂະແໜງການທ້ອງຖິ່ນ ແລະ ພາກ ສ່ວນກ່ຽວຂ້ອງໃນການສ້າງບ້ານ, ໂຮງຮຽນ, ສະຖານທີ່ປອດຢາເສບຕິດ ເພື່ອໃຫ້ບັນລຸຕາມຄາດໝາຍ ແມ່ນຍັງເຮັດບໍ່ທັນໄດ້ດີ.