ເປີດວາງສະແດງສິນຄ້າ ແລະ ຜະລິດຕະພັນທ່ອງທ່ຽວໃນໂອກາດບຸນປະເພນີແຫ່ພະໄຕປີດົກທີ່ສາລະວັນ
ພິທີເປີດງານວາງສະແດງສິນຄ້າ ແລະ ຜະລິດຕະພັນທ່ອງທ່ຽວ ເນື່ອງໃນໂອກາດບຸນປະເພນີແຫ່ພະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ປະຈຳປີ 2024 ໃນວັນທີ 20 ພະຈິກ 2024 ທີ່ແຂວງສາລະວັນ ໂດຍມີທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ພ້ອມດ້ວຍພະນັກງານ, ຜູ້ປະກອບການ, ນັກທຸລະກິດທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ.

ການຈັດງານຄັ້ງນີ້ເພື່ອເປັນການສົ່ງເສີມການຮ່ວມມື ແລະ ການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໃນທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ເຖິງຜະ ລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ທີ່ເກີດຈາກພູມປັນຍາຂອງປະຊາຊົນ ທີ່ເປັນເອກະລັກຂອງທ້ອງຖິ່ນ ຕິດພັນກັບການຈັດບຸນປະເພນີແຫ່ພະໄຕປີດົກ ສືບສານວັດທະນະທຳ, ລຳວົງສາລະວັນ ທັງເປັນການຮ່ວມມືສົ່ງເສີມການທ່ອງທ່ຽວລາວ, ການຄ້າ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວ, ກະຕຸກ, ຊຸກຍູ້ ໃຫ້ບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄດ້ແລກ ປ່ຽນສິນຄ້າຮ່ວມກັນ ເພື່ອສ້າງເງື່ອນໄຂໃຫ້ສິນຄ້າຂອງຕົນ ໄດ້ເຂົ້າເຖິງຕະຫລາດໃຫ້ຫລາຍຂຶ້ນ ຕະຫລອດຮອດການເພີ່ມທະວີການພົວພັນ ລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ໃຫ້ມີຄວາມຄ່ອງຕົວ ແລະ ຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວ. ພ້ອມນີ້, ວຽກງານດັ່ງກ່າວ ມີຄວາມສໍາຄັນຫລາຍ, ເປັນເສົາຄໍ້າຂອງໂຄງປະກອບເສດຖະກິດ ທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້, ສົ່ງ ເສີມໃຫ້ມີຄວາມເຂັ້ມແຂງ ແລະ ມີການພັດທະນາຢ່າງຕໍ່ເນື່ອງ, ໝູນໃຊ້ທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ຮີດຄອງປະເພນີ ແລະ ວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງເປັນການສົ່ງເສີມສິນຄ້າລາວ ເຂົ້າສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.
ງານຄັ້ງນີ້ ມີສິນຄ້າໂອດັອບ ຈາກບັນດາເມືອງ, ແຂວງອ້ອມຂ້າງ ແລະ ສິນຄ້າປະເພດຕ່າງໆ ຕາມເງື່ອນໄຂ ແລະ ທ່າແຮງ, ຊຶ່ງມີຫົວໜ່ວຍທຸລະກິດເຂົ້າຮ່ວມ 87 ຫົວ ໜ່ວຍ, 87 ຮ້ານ ລວມມູນຄ່າສິນຄ້າປະມານ 1,36 ຕື້ກວ່າກີບ ປະກອບມີ: ຫົວໜ່ວຍໂອດັອບພາຍໃນແຂວງ 12 ຫົວໜ່ວຍ, ຕ່າງແຂວງ 5 ຫົວໜ່ວຍ ແລະ ສິນຄ້າອື່ນໆ 70 ຫົວໜ່ວຍ ໂດຍມີໝວດສິນຄ້າຫັດຖະກໍາ ແລະ ຜົນຜະລິດກະສິກໍາ, ເຄື່ອງເອເລັກໂຕຣນິກ, ໜ່ວຍບໍລິການ, ທ່ອງທ່ຽວ, ອາຫານ ແລະ ສິນຄ້າທົ່ວໄປ.
ງານດັ່ງກ່າວຈະຈັດຮອດວັນທີ 23 ພະຈິກ 2024.
ຂ່າວ: ໜັງສືພິມສາລະວັນ





