ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກໍາມາທິການວຽກງານງົບປະມານ ສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ

Nov 22, 2024

ວັນທີ 21 ພະຈິກ 2024 ທີ່ສະພາແຫ່ງຊາດ, ສະຫາຍ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຊູ ຮົງຊາຍ ຫົວໜ້າຄະນະກໍາມາທິການວຽກງານງົບປະມານ ຂອງສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 20-22 ພະຈິກ 2024 ເຊິ່ງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ສອງຝ່າຍຮ່ວມກັນປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ບົດຮຽນ ໃນການເຄື່ອນໄຫວວຽກງານຂອງອົງການນິຕິບັນຍັດ ໂດຍສະເພາະແມ່ນພາລະບົດບາດ ແລະ ການເຄື່ອນໄຫວຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດລາວ ແລະ ກໍາມາທິການງົບປະມານ ຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ພ້ອມທັງຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ເຊິ່ງສອງຝ່າຍໄດ້ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນລະດັບສູນກາງ ແລະ ທ້ອງຖິ່ນ ເຊິ່ງສະແດງອອກມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ; ພິເສດ, ເດືອນກັນຍາ 2023 ໃນໂອກາດທີ່ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄປຢ້ຽມຢາມ ສປຈີນ ຢ່າງເປັນທາງການ, ສອງຝ່າຍກໍໄດ້ລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເຊິ່ງເປັນນິຕິກໍາສະບັບທຳອິດຂອງສອງອົງການນິຕິບັນຍັດ ລາວ-ຈີນ.
ນອກຈາກນັ້ນ, ຍັງມີການແລກປ່ຽນບົດຮຽນ, ຮ່ວມກັນຈັດສໍາມະນາ ແລະ ເຝິກອົບຮົມ, ທັດສະນະສຶກສາ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງສອງອົງ ການນິຕິບັນຍັດ ໂດຍສະເພາະການຮ່ວມມືແລກປ່ຽນທາງດ້ານວິຊາການ ເຊິ່ງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ໃຫ້ທຶນກໍ່ສ້າງເຝິກອົບຮົມ ແລະ ທັດສະນະສຶກສາຢູ່ ສປຈີນ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານຂອງສະພາແຫ່ງຊາດລາວ ນັບແຕ່ປີ 2015 ມາເຖິງປັດຈຸບັນ ມີຈໍານວນ 5 ຄັ້ງ; ສອງຝ່າຍຍັງໄດ້ສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ AIPA, IPU, ASEP, APPF.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງກໍາມາທິການ ສືບຕໍ່ຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ສະພາຜູ້ ແທນປະຊາຊົນທົ່ວປະເທດຈີນ ໂດຍສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາ ແລະ ຂັ້ນວິຊາການ ທີ່ຕິດພັນກັບການແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການປະຕິບັດພາລະບົດບາດນິຕິບັນຍັດ; ສະເໜີຝ່າຍຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ພັດທະນາຊັບພະຍາກອນມະນຸດແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນທ້ອງຖິ່ນຂອງ ສປປລາວ; ສືບຕໍ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນການຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງສັນຍາ, ອະນຸສັນຍາ ແລະ ບົດບັນ ທຶກຄວາມເຂົ້າໃຈຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ນໍາເອົາປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ; ສືບຕໍ່ຮ່ວມມືກັນແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກງານການເງິນ-ງົບປະມານ, ການຄຸ້ມຄອງໜີ້ສິນ ແລະ ຕິດ ຕາມກວດກາ ແລະ ບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈ; ສືບຕໍ່ຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອ, ປະສານສົມທົບກັນໃນການເຄື່ອນໄຫວວຽກງານຕ່າງໆໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ, ຄະນະຜູ້ແທນກໍາມາທິການວຽກງານງົບປະມານ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ພົບປະເຮັດວຽກກັບສະຫາຍ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປລາວ ແລະ ຢ້ຽມຊົມຫໍພິທິທະພັນໄມ້ຮ່ວມສະໄໝ ຢູ່ນະຄອນຫຼວງວຽງຈັນ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ