ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

10 ບ້ານໃນເມືອງບໍລິຄັນ ກໍ່ສ້າງທາງຮ່ອມປູເບຕົ່ງໄດ້ທັງໝົດ 16 ເສັ້ນຍາວ 9 ກິໂລແມັດ

Nov 22, 2024

ທ່ານ ບູນລອດ ສຸວັນນະລາດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງບໍລິຄັນ, ແຂວງບໍລິຄໍາໄຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 20 ພະຈິກ 2024 ວ່າ: ພາຍຫຼັງໄດ້ຮັບທິດຊີ້ນໍາຈາກຄະນະພັກຂັ້ນເທີງ ທາງຫ້ອງການກໍ່ໄດ້ເລີ່ມຈັດສົ່ງວິຊາ ການລົງຕິດຕາມ, ກວດກາ, ນໍາພາຕົວຈີງໃນພາກສະໜາມ ເລີ່ມແຕ່ປີ 2021 ມາຮອດ ເດືອນພະຈິກ 2024 ນີ້ສາມາດກໍ່ສ້າງເສັ້ນທາງປູເບຕົ່ງໃນ 10 ບ້ານ ຂອງ ກຸ່ມເທດສະບານເມືອງ ແລະ ກຸ່ມຫ້ວຍຄູນ ທີ່ມີຄວາມຍາວທັງໝົດ 9 ກິໂລແມັດ, ມູນຄ່າການກໍ່ສ້າງ 7,28 ຕຶກີບ.
ງົບປະມານດັ່ງກ່າວນັ້ນແມ່ນໄດ້ຮັບຈາກການສົມທົບທືນຂອງພໍ່ແມ່ປະຊາຊົນໃນແຕ່ລະບ້ານ ແລະ ອົງການປົກຄອງເມືອງ, ການນໍາຂັ້ນແຂວງ, ຫ້ອງການ, ນັກທຸລະກິດພໍ່ຄ້າຊາວຂາຍທຸກທົ່ວໜ້າ, ສ່ວນດ້ານແຮງງານແມ່ນເປັນການປະກອບສ່ວນຈາກຄອບຄົວພາຍໃນບ້ານ ແລະ ໄດ້ຮັບການສົມທົບແຮງງານຈາກອົງການຈັດຕັ້ງມະຫາຊົນ, ກົມກອງຫ້ອງການ ແລະ ກໍາລັງປກສ-ປກຊ.
ທ່ານໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການສືບຕໍ່ໂຄງການດັ່ງກ່າວ ທາງຫ້ອງການມີຄວາມຈໍາເປັນທີ່ຕ້ອງລົງຊຸກຍູ້ບ້ານສີສະຫວາດ, ບ້ານວັດທາດ, ບ້ານຫາດດອນຄູນ, ບ້ານຫາດໂພ ໃຫ້ໄດ້ທັງໝົດ 2 ພັນກ່ວາແມັດ ນອກຈາກກຸ່ມເທດສະບານແລ້ວຍັງສືບຕໍ່ບ້ານຫ້ວຍຄູນ, ບ້ານນໍ້າປາ ແລະ ບ້ານກົກໂພ ໃຫ້ໄດ 1 ກິໂລແມັດ.
ຂ່າວ-ພາບ: ກົວຊົ່ງ