ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ພົນເຮືອເອກ ຕົງ ຈຸ່ນ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ວັນທີ 22 ພະຈິກ 2024 ຢູ່ຫ້ອງວ່າການສູງກາງພັກ ໃນໂອກາດທີ່ທ່ານ ແລະ ຄະນະເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ຄັ້ງທີ 11 ແລະ ກອງປະ ຊຸມປິ່ນອ້ອມຢູ່ນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະ ຕີ ລາຄາສູງຕໍ່ທ່ານ ພົນເຮືອເອກ ຕົງ ຈຸ່ນ ພ້ອມຄະນະ ທີ່ເດີນທາງມາເຂົ້າຮ່ວມກອງປະ ຊຸມສຳຄັນຄັ້ງນີ້ ຢູ່ສປປ ລາວ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານລະ ຫວ່າງ ລາວ-ຈີນ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະວຽກງານຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃຫ້ໄດ້ຮັບການເສີມຂະຫຍາຍມີຜົນເລັດຂຶ້ນໄປເລື້ອຍໆ.
ທ່ານ ພົນເຮືອເອກ ຕົງ ຈຸ່ນ ໄດ້ແດງຄວາມຂອບໃຈຕໍ່ທ່ານທອງລຸນ ສີສຸລິດ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານສະພາບ ແລະ ຈຸດປະສົງຂອງການເດີນທາງມາເຮັດວຽກຢູ່ສປປ ລາວ ກໍຄືການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນຄັ້ງທີ 18 ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມຄັ້ງນີ້ ຢ່າງມີຜົນສຳເລັດ.





