ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນປະເພນີແຫ່ພະໄຕປີດົກ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

Nov 23, 2024

ບຸນປະເພນີແຫ່ພະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ຕິດພັນກັບການສະເຫລີມ ສະຫລອງປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນທ່ອງທ່ຽວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ຈັດຂຶ້ນໃນວັນທີ 22 ພະຈິກ 2024 ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ແຂກຮັບເຊີນ ພ້ອມດ້ວຍມວນຊົນເຂົ້າຮ່ວມ.
ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ ກ່າວວ່າ: ການຈັດບຸນປະເພນີແຫ່ພະໄຕປິດົກ ສືບສານວັດທະນະທຳ ລໍາວົງສາລະວັນ ເປັນການສືບຕໍ່ປົກປັກ-ຮັກສາ ຫໍພະໄຕປີດົກ , ຄໍາ ສອນທາງສາສະໜາ, ມູນມໍລະດົກທ້ອງຖິ່ນ ຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ສືບທອດຕໍ່ໃຫ້ຮຸ່ນລູກຮຸ່ນຫລານ ໄດ້ເຫັນເຖິງຄຸນຄ່າຂອງບັນພະບູລຸດ ທີ່ໄດ້ສ້າງໄວ້, ທັງເປັນຄັງຄວາມຮູ້ເກັບມ້ຽນພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ, ເປັນມໍລະດົກມິ່ງເມືອງ, ເປັນສັນຍາລັກສູນລວມນໍ້າໃຈຂອງພີ່ນ້ອງປະຊາຊົນບັນດາເຜົ່າ, ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ຈະກາຍເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງແຂວງສາລະວັນ. ຫໍພະໄຕປິດົກ ພ້ອມດ້ວຍຂອບເຂດພື້ນທີ່ ວັດສີມຸງຄຸນ (ວັດກາງ) ໄດ້ຖືກຮັບຮອງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງ ນັບແຕ່ວັນທີ 24 ພະຈິກ 2022, ຊຶ່ງເປັນວັນປະຫວັດສາດ ແລະ ເຫດການສໍາຄັນໜຶ່ງຂອງແຂວງ.
ພາຍໃນງານໄດ້ກຳນົດຫລາຍກິດຈະກຳ ເປັນຕົ້ນ ການວາງສະ ແດງສິນຄ້າຜະລິດຕະພັນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງແຂວງ, ການສະແດງສີລະປະ-ວັນນະຄະດີຂອງຊົນເຜົ່າ ແລະ ການປະກວດນັກຮ້ອງສຽງດີ ແລະ ກິດຈະກຳອື່ນໆ, ພ້ອມທັງມີການແຫ່ຂອງ 14 ກ້ອນກໍາລັງ ທີ່ມາຈາກຫລາຍພາກສ່ວນ, ແຕ່ລະກິດຈະກຳແມ່ນສະແດງເຖິງເອກະລັກທີ່ເປັນຊົນເຜົ່າ ທີ່ມີສະເໜ່ ແລະ ເພື່ອເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງທ້ອງຖິ່ນ ທີ່ມີຄວາມໝາຍຄວາມສຳຄັນ ໃຫ້ມີຄວາມຍືນຍົງ ແລະ ເຜີຍແຜ່ເນື້ອໃນ ໃຫ້ເລິກເຊິ່ງ, ກວ້າງຂວາງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ