ວັນທີ 21 ພະຈິກ 2024, ທີ່ຫ້ອງວ່າການ ແຂວງ ຫຼວງພະບາງ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ ໄດ້ຕ້ອນຮັບທ່ານ ຕີໂນ່ ຊູພັລລາ (Tino Chrupalla), ຫົວໜ້າພັກທາງເລືອກເຢຍລະມັນ ປະຈໍາສະພາເຢຍລະມັນ (The Alternative flur Deutschland – AFD) ພ້ອມດ້ວຍຄະນະ ແລະພະນັກງານ ຈາກ ສະຖານທູດເຢຍລະມັນ ປະຈໍາລາວ,ເພື່ອເຂົ້າຢ້ຽມຂໍ່ານັບ, ພົບປະການນໍາຂອງແຂວງ ແລະມີຈຸດປະສົງຈະເດີນທາງມາຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ພາຍໃນແຂວງຫຼວງພະບາງອີກດ້ວຍ, ເປັນຕົ້ນແມ່ນວັດຊຽງທອງ ສະຖານທີ່ອື່ນໆ.
ໂອກາດດັ່ງກ່າວ, ທ່ານ ຮອງເຈົ້າແຂວງຫຼວງພະບາງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍົກໃຫ້ເຫັນສະພາບການຮອງຮັບ ແລະການຄຸ້ມຄອງປົກປັຮັກສາ ລວມທັງການໃຫ້ບໍລິການແກ່ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ ເມືອງມໍລະດົກໂລກ ຫຼວງພະບາງ ຕໍ່ຄະນະຜູ້ແທນເຢຍລະມັນຮັບຊາບຕື່ມອີກ.
ການຢ້ຽມຢາມຄະນະສະພາເຢຍລະມັນ ໃນຄັ້ງນີ້ເປັນການເຄື່ອນໄຫວ ຕິດຕາມວຽກ ຕາມພາລະບົດບາດ ພາຍຫຼັງທີ່ ຝ່າຍເຢຍລະມັນ ປະກາດເພີ່ມງົບປະມານການຊ່ວຍເຫຼືອໃຫ້ແກ່ຝ່າຍລາວ ໃນກອງປະຊຸມເຈລະຈາການຮ່ວມມືເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ.ເຢຍລະມັນ ໃນເດືອນ ກັນຍາ 2024 ທີ່ຜ່ານມາ ແລະຖືເປັນການຢ້ຽມຢາມຄັ້ງທຳອິດຂອງ ຜູ້ນໍາພັກ (AFD).





