ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວັນຊາດ ທີ 2 ທັນວາ ຢູ່ໃນຄວາມຊົງຈໍາຕະຫຼອດມາ

Nov 23, 2024

ໂດຍ: ຕະວິນຍານ
ກ່ອນໜ້ານີ້ 49 ປີ (1975) ຕອນເຊົ້າກ່ອນເວລາ 6 ໂມງ 00 ຂອງວັນທີ 2 ທັນວາ. ພໍ່ໍ່ຂ້າພະເຈົ້າປຸກໃຫ້ລຸກ, ລາວບອກວ່າ ຕື່ນໆ ໄປໂຮມຊຸມນຸມນໍາພໍ່. ຂ້າພະເຈົ້າກໍ່ຟ້າວລຸກຈາກບ່ອນນອນ ເພື່ອປະຕິບັດຕາມຄຳຮຽກຮ້ອງຂອງພໍ່.
ສ່ວນຕົວຂ້າພະເຈົ້າກໍຢາກໄປ, ຢາກຮູ້, ຢາກເຫັນ ແມ່ນຫຍັງໄປໂຮມຊຸມນຸມ. ພໍຮອດສະຖານທີ່ສະໂມສອນ ບ່ອນຈັດງານ ຂ້າພະເຈົ້າເຫັນມວນຊົນຈຳນວນຫຼວງຫຼາຍ ທັງຍິງ ແລະ ຊາຍ ມີນ້ອງນ້ອຍເຍົາວະຊົນທັນວາ ໃສ່ເສື້ອສີຂາວ ມັດແພສີແດງ ຄ້ອງຄໍ ນັ່ງຟັງລຸງຄົນໜຶ່ງ ອ່ານຜົນງານດ້ານຕ່າງໆຂອງເມືອງ ອາດຈະແມ່ນເຈົ້າເມືອງ ຂ້າພະເຈົ້າຍັງນ້ອຍກະບໍ່ທັນຮູູ້ວ່າແມ່ນໃຜ ມີຕຳແໜ່ງແນວໃດ. ພາຍຫຼັງລຸງຄົນນັ້ນ ອ່ານສິ້ນສຸດ ເພິ່ນບອກໃຫ້ໝົດທຸກຄົນລຸກຂຶ້ນ ແລະ ເວົ້າຕາມເພິ່ນວ່າ: ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ; ໝັ້ນຍືນ; ໝັ້ນຍືນ.
ນີ້ແມ່ນ ການບອກເລົ່າຂອງທ່ານ ຄໍາຜຸຍ ໂນລາ ກໍາມະການພັກແຂວງ ຫົວໜ້າພະແນກແຜນການ – ການລົງທຶນ ແຂວງຊຽງຂວາງ.
ລາວເລົ່າຕໍ່ໄປວ່າ: ເລີ່ມແຕ່ຂ້າພະເຈົ້າ ຈື່ຄວາມໄດ້ ແລະ ໄດ້ຮ່ວມຂະບວນການດ້ານຕ່າງໆ ທີ່ເປັນການຕ້ອນຮັບ ວັນຊາດ ທີ 2 ທັນວາໃນແຕ່ລະປີ ສັງເກດເຫັນໄດ້ວ່າ: ມັນແມ່ນວັນທີ່ມີຄວາມໝາຍ ຄວາມສຳຄັນ ຂອງປວງຊົນລາວ ກໍຄືປະຊາຊົນແຂວງຊຽງຂວາງ ທີ່ໄດ້ຮ່ວມກັນຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ຄວາມເປັນເຈົ້າຕົນເອງມາໃຫ້ຊາດລາວ. ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ. ແຕ່ລະປີມີຂະບວນການແຂ່ງຂັນກັນສ້າງສາພັດທະນາ ເສດຖະກິດ-ສັງຄົມ, ໄປພ້ອມກັບຂະບວນການກິລາ ແລະ ສິລະປະ, ເອົາກິລາແຂ່ງມ້າ, ຄວາຍຊົນກັນ ລະຫວ່າງຕາແສງຕໍ່ຕາແສງ ແລະ ບ້ານຕໍ່ບ້ານ ເບິ່ງຄືຈັ່ງວ່າ ເຂົາເຈົ້າມ່ວນຊື່ນຕໍ່ກັບໄຊຊະນະ ເປັນປາງບຸນໃຫຍ່ ທີ່ສືບທອດກັນມາ.
ຕະຫຼອດໄລຍະ 49 ປີຜ່ານມາ, ໃນການປົກປັກຮັກສາ ແລະ ສ້າງສາພັດທະປະເທດ ພາຍໃຕ້ການນຳພາຂອງພັກ ຂ້າພະເຈົ້າປຽບທຽບໃຫ້ເຫັນວ່າ ພາຍຫຼັງໄດ້ຮັບເອກະລາດ ຊາດລາວມີສະຖຽນລະພາບ ທາງດ້ານການເມືອງຢ່າງໝັ້ນຄົງ ຊຶ່ງໄດ້ຍິນຈາກນັກທ່ອງທ່ຽວເຂົາເຈົ້າເວົ້າວ່າ ມາທ່ຽວລາວ ມີຄວາມສະຫງົບປອດໄພ. ດ້ານເສດຖະກິດນັບມື້ຂະຫຍາຍຕົວ ເຫັນໄດ້ຊົນນະບົດຫ່າງໄກ ກໍໄດ້ຊົມໃຊ້ຜະລິດຕະພັນສິນຄ້າຕ່າງໆ ຄືກັນກັບໃນຕົວເມືອງ, ການບໍລິການສາທາລະນາສຸກ ສຸກສາລາ ກໍມີໃຫ້ບໍລິການ ທົ່ວເຖິງ, ເດັກນ້ອຍໃນເກນອາຍຸໄດ້ເຂົ້າໂຮງຮຽນ, ລະບົບການບໍລິການ ໂຄງລ່າງພື້ນຖານ ໄດ້ຮັບການສ້າງຕັ້ງຂຶ້ນ ປະຊາຊົນພົນລະເມືອງໄດ້ຊົມໃຊ້ຕາມຄວາມຕ້ອງການ.
ໃນໂອກາດ ວັນຊາດທີ 2 ທັນວາ ໝູນວຽນມາບັນຈົບຄົບຮອບ 49 ປີ ຂ້າພະເຈົ້າຂໍປະກອບສ່ວນແນວຄວາມຄິດ ເພື່ອໃຫ້ພວກເຮົາຮຸ່ນສືບທອດໄດ້ຄົ້ນຄິດ ແລະ ປະກອບສ່ວນເພື່ອເພີ່ມພູນຄູນສ້າງ.ເປັນຕົ້ນວ່າ: ຄົນລາວຕ້ອງຍົກສູງຄວາມເປັນເຈົ້າຂອງປະເທດຊາດ ຖືຊາດລາວ, ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ມີສິນລະທໍາ, ສຶກສາ, ຮຽນໃຫ້ມີຄວາມຮູ້, ໄປຄຽງຄູ່ກັບການຮຽນເອົາແບບແຜນການດຳລົງຊີວິດຂອງຜູ້ນຳ ໂດຍສະເພາະແມ່ນຮຽນເອົາຄຸນສົມບັດ ແບບແຜນນຳພາ ນໍ້າໃຈເສຍສະຫຼະ ຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນຳທ່ານ ອື່ນໆ. ພ້ອມກັນຮັກສາມູນເຊື້ອ ຮັກແພງສາມັກຄີກັນ ຄືດັ່ງທີ່ເຄີີຍມີມາ ພວກເຮົາມີຫຼາຍເຜົ່າຊົນຢູ່ພາຍໃຕ້ການນຳພາຂອງພັກ, ດັ່ງຄຳເວົ້າ ຂອງປະທານ ສຸພານຸວົງ: ດອກໄມ້ຫຼາຍສີ ໃນລຳຕົ້ນດຽວກັນ ແລະ ປະຕິບັດຕາມແນວທາງການຕ່າງປະເທດຂອງພັກເຮົາໃນໄລຍະໃໝ່ ໃນເງື່ອນໄຂທີ່ເຊື່ອມໂຍງກັບຫຼາຍປະເທດ ພວກເຮົາໝົດທຸກຄົນຕ້ອງເປັນເຈົ້າຕົນເອງ, ເປັນເຈົ້າການໃນການແຂ່ງຂັນດ້ານຕ່າງໆ ເພື່ອໃຫ້ປະເທດເຮົາມີການພັດທະນານັບມື້ນັບດີຂຶ້ນ.
May be an image of 1 person