ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

Nov 23, 2024

ວັນທີ 22 ພະຈິກ 2024 ທີ່ຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພູມທຳ ເວດຊະຍະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງກາລາໂຫມ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດ ອາຊຽນ ຄັ້ງທີ 18 ແລະ ອາຊຽນບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງອື່ນໆຢູ່ນະຄອນຫລວງວຽງຈັນ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງ ກໍຄື ການຮ່ວມມືຂອງສອງລັດຖະບານ ແລະ ປະຊາຊົນສອງຊາດ ໂດຍສະເພາະ ການພົວພັນຮ່ວມມື ວຽກງານປ້ອງປະເທດ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.
ທ່ານ ພູມທຳ ເວດຊະຍະໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງຖືໂອກາດນີ້, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນພົ້ນເດັ່ນຂອງ ສປປ ລາວ ໂດຍສະເພາະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດປິ່ນອ້ອມອື່ນໆ, ພ້ອມທັງລາຍງານ ຈຸດປະສົງ ຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ແລະ ແຈ້ງແຜນການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 18 ໃຫ້ທ່ານເລຂາທິການໃຫຍ່ ຮັບຊາບ.
ທີ່ມາ: ຂປລ
May be an image of 2 people and dais