ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານຂົງເຂດ ຮສສ 8 ພາກເໜືອ ໄດ້ຮັບການຍົກລະດັບວຽກງານຄຸ້ມຄອງໂຄງການການລົງທຶນ

Nov 24, 2024

ວັນທີ່ 22 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມຍົກລະດັບວຽກງານຄຸ້ມຄອງໂຄງການ ການລົງທຶນຂອງລັດໃຫ້ພະນັກງານບັນດາແຂວງພາກເໜືອ ໂດຍການເປັນປະທານຂອງທ່ານ ວິລະພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຄູຝຶກ ແລະ ສຳມະນາກອນຈາກ 8 ແຂວງພາກເໜືອຄື: ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ໄຊຍະບູລີ, ຫົວພັນ ແລະ ພະນັກງານຮັບຜິດຊອບເຂົ້າຮ່ວມ.
ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ວິຊາການທີ່ເຮັດວຽກກ່ຽວກັບການຄຸ້ມຄອງໂຄງການຂອງລັດ ເພື່ອຜັນຂະຫຍາຍ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການ ລົງທຶນຂອງລັດ ບົນພື້ນຖານກົດ ໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ມີຄວາມລະອຽດ ແລະ ຈະແຈ້ງຂຶ້ນຕື່ມແນໃສ່ປະ ກອບສ່ວນເຂົ້າໃນການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ມີປະສິດທິພາບ, ປະສິດ ທິຜົນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ເປັນຕົ້ນແມ່ນໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ໂຄງການສົ່ງເສີມວິຊາການ ຕິດພັນກັບການກໍ່ສ້າງ, ໂຄງການສະໜອງວັດຖຸອຸປະກອນ ແລະ ໂຄງການອື່ນໆ, ພ້ອມນີ້ ຍັງໄດ້ຮັບຟັງສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໂຄງ ການໄລຍະຜ່ານມາ, ເຜີຍແຜ່ຄຳສັ່ງແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການ, ນຳສະເໜີແບບຟອມບົດສະເໜີໂຄງການລົງທຶນຂອງລັດ, ການຂຽນບົດແບບຟອມສະ ເໜີໂຄງການ ແລະ ອື່ນໆ.
ຂ່າວ: ແສງອາທິດ