ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີໃຫ້ອວ່າຍບາງໂຄງການທີ່ສູນກາງຄຸ້ມຄອງໄປໃຫ້ແຂວງຄຸ້ມຄອງ

Nov 24, 2024

ທ່ານ ກົງແກ້ວ ມີວໍລະຈັກ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 18 ພະຈິກ 2024 ວ່າ: ຕໍ່ແຜນການລົງທຶນຂອງລັດ ປະຈໍາປີ 2025 ສະເໜີໃຫ້ລັດຖະບານຄົ້ນຄວ້າຕື່ມການຈັດສັນງົບ ປະມານການລົງທຶນຂອງລັດ, ຜ່ານມາແມ່ນແບ່ງໃຫ້ແຕ່ລະກະຊວງກະແຈກກະຈາຍແຫຼ່ງທຶນເກືອບວ່າທຸກກະຊວງ, ບາງກະຊວງແບ່ງໃຫ້ແຂວງ, ບາງວຽກໄດ້ຫຼາຍ ບາງວຽກໄດ້ໜ້ອຍ, ບາງວຽກມີຄວາມຈໍາເປັນຕ້ອງພັດທະນາຊໍ້າພັດໄດ້ໜ້ອຍ ເຮັດໃຫ້ທາງແຂວງຈັດສັນໄດ້ຍາກ
ດັ່ງນັ້ນ, ສະເໜີໃຫ້ລັດຖະບານເອົາງົບຈໍານວນດັ່ງກ່າວ ມອບໃຫ້ແຂວງຈັດສັນໂລດໄດ້ບໍ່ ຈຶ່ງຕິດຕາມກວດກາກັນງ່າຍ; ສໍາລັບໂຄງ ການສູນກາງຄຸ້ມຄອງ ເຫັນວ່າມີຫຼາຍໂຄງການບໍ່ໄດ້ຈັດຕັ້ງປະຕິ ບັດຕົວຢ່າງເສັ້ນທາງໜຶ່ງຈີ (1G) ກໍບໍ່ຮູ້ວ່າອະນາຄົດຈະເປັນແນວໃດເພາະມິດງຽບໄປດົນແລ້ວ, ຂົວຕາດໄຮ ທາງເລກ 10 ບໍ່ມີຄວາມຄືບໜ້າ.
ສະນັ້ນ, ໂຄງການທີ່ສູນກາງຄຸ້ມຄອງອວ່າຍໄປໃຫ້ແຂວງຄຸ້ມ ຄອງໄດ້ບໍ່ ລວມທັງງົບປະມານ ໃຫ້ແຂວງຈັດຕັ້ງປະຕິບັດເລຍ ເພາະວ່າ 34 ຂົວ ນັບແຕ່ທາງເລກ 10 ໄປຫາເມືອງວິລະບູລີ ບາງທີແຂວງອາດຈະມີຄວາມສາມາດທີ່ຈະນຳເອົາເງິນເກີນແຜນ ປະກອບສ່ວນເຮັດໃຫ້ປະຊາຊົນໄດ້ນໍາໃຊ້ທຽວໄປມາ, ເຂົາເຈົ້າກໍຈະຍ້ອງວ່າເຮົາມີການພັດທະນາ, ອັນນີ້ປະໄປເລີຍ ບໍ່ຮູ້ວ່າເມື່ອໃດຈະເຮັດສຳເລັດ.
ທ່ານ ກ່າວຕື່ມວ່າ: ປີນີ້ໄດ້ຕັດສິນໃຈສຸມໃສ່ຂົວເຊປອງເອັສໄອເອັມ ກໍຖືວ່າກາຍເຄິ່ງແລ້ວ ຄາດວ່າປີ 2025 ຈະສາມາດນຳໃຊ້ໄດ້, ປະຊາ ຊົນຍ້ອງຍໍຊົມເຊີຍ ແລະ ພິເສດພວກເຮົາໃຊ້ເງິນເກີນແຜນໄປສ້າງຂົວຂ້າມເຊຈໍາພອນ ຢູ່ເມືອງອາດສະພອນ ຢູ່ນັ້ນມີ 2 ກຸ່ມບ້ານ ລວມ 20 ກວ່າບ້ານ ເຂົາເຈົ້າດີໃຈທີ່ໄດ້ນຳໃຊ້ຂົວທຽວທາງ ແລະ ບໍ່ມີຄວາມສ່ຽງຕໍ່ການຂີ່ເຮືອນ້ອຍຂ້າມເຊຈໍາພອນ. ສະເໜີໃຫ້ກະຊວງກ່ຽວຂ້ອງຄົ້ນຄວ້າຕື່ມສໍາລັບເມືອງນອງ ກໍຢູ່ໃນບັນຊີເມືອງທຸກຍາກ, ຖ້າຫາກຈະຈັດສັນຄືປີຜ່ານມາກໍຄືຈະຍາກ; ສະ ນັ້ນ, ສະເໜີໃຫ້ທາງລັດຖະບານແບ່ງເປັນທຶນສະເພາະໄປພັດທະນາໃນເມືອງນັ້ນເລີຍຈະເປັນການດີ, ດີກວ່າຈະໄປຈັດສັນກະແຈກກະຈາຍ ເຮັດໃຫ້ການພັດທະນາຊັກຊ້າ.
May be an image of 5 people and text