ໃນວັນທີ 25 ພະຈິກ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ອີກາທີລີນາ ກູດລິດສ ຫົວໜ້າກົມກົດໝາຍລະຫວ່າງປະເທດ ແລະ ຮ່ວມມືສາກົນ ກະຊວງຍຸຕິທໍາ ແຫ່ງ ສ ຣັດເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ອີກາທີລີນາ ກູດລິດສ ພ້ອມດ້ວຍຄະນະ ທີ່ໄດ້ຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ໂດຍສະເພາະ ມາເຂົ້າຮ່ວມກອງປະຊຸມເຈລະຈາຮ່າງສົນທິສັນຍາວ່າດ້ວຍ ການຮ່ວມມືລະຫວ່າງປະເທດທາງອາຍາ ລະຫວ່າງ ລາວ-ຣັດເຊຍ. ໃນລະຫວ່າງການສົນທະນາ ທັງສອງຝ່າຍໄດ້ເນັ້ນເຖິງຄວາມສໍາຄັນ ຂອງການສ້າງສົນທິສັນຍາດັ່ງກ່າວ, ທັງນີ້ກໍເພື່ອກໍານົດບັນດາລະບຽບການຕ່າງໆ ເພື່ອເຮັດໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ການສືບ ສວນ-ສອບສວນ ແລະ ການດໍາເນີນຄະດີອາຍາ ມີປະສິດທິພາບຫລາຍຂຶ້ນ ແນໃສປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະເມືອງຂອງທັງສອງປະເທດ.
ໂອກາດດຽວກັນ, ທ່ານ ຫົວໜ້າກົມກົດໝາຍລະຫວ່າງປະເທດ ແລະ ຮ່ວມມືສາກົນ ກະຊວງຍຸຕິທໍາ ແຫ່ງ ສ ຣັດເຊຍ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້ ແຈ້ງໃຫ້ຊາບເຖິງຈຸດປະສົ່ງຂອງ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ອີກດ້ວຍ.
ຂ່າວ-ພາບ: ອອປສ



