ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີສ່ວຍສາອາກອນ ປະຈຳແຂວງອັດຕະປື ເກັບລາຍຮັບໄດ້ລື່ນແຜນ

Nov 25, 2024

ໃນໄລຍະ 5 ປີຜ່ານມາ ສ່ວຍສາອາກອນປະຈໍາແຂວງອັດຕະປື ໄດ້ຮັບຕົວເລກແຜນການມອບໝາຍ ໃຫ້ຈັດເກັບລາຍຮັບ 1.351 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ ແຕ່ປີ 2020 ຮອດເດືອນ ຕຸລາ 2024 ສາມາດຄຸ້ມຄອງຈັດເກັບລາຍຮັບໄດ້ 2.012 ຕື້ກວ່າກີບ ເທົ່າກັບ 148,97% ຂອງແຜນການ ແລະ ເທົ່າກັບ 9,26% ຂອງຈີດີພີ, ຖ້າທຽບໃສ່ແຜນການທີ່ກຳນົດໄວ້ໃນ ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ເທົ່າກັບ 223,82% ຊຶ່ງເຫັນໄດ້ວ່າໃນແຕ່ລະປີ ມີລາຍຮັບເພີ່ມຂຶ້ນ ແລະ ສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້.
ສະຫາຍ ບຸນຍົງ ໄຊຍະແສງ ຄະນະພັກຮາກຖານພະແນກການເງິນແຂວງ, ເລຂາ ໜ່ວຍພັກສ່ວຍສາອາກອນປະຈໍາແຂວງ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກສ່ວຍສາອາກອນ ປະຈຳແຂວງ ອັດຕະປື ໃນທ້າຍອາທິດຜ່ານມາວ່າ: ຕະຫລອດໄລຍະ 5 ປີຜ່ານມາຄະນະໜ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດເປັນບັນຫາຕົ້ນຕໍ ແລະ ເປັນບັນຫາຕັດສິນຕໍ່ການນໍາພາ-ຊີ້ນໍາ ໂດຍຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ ແລະ ນິຕິກຳຕ່າງໆ ໃຫ້ສະມາຊິກພັກຮັບຮູ້ເຂົ້າໃຈແນວທາງ, ກົດລະບຽບຂອງພັກ, ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຖືເອົາວຽກງານອົງການຈັດຕັ້ງມະຫາຊົນ ເປັນກໍາລັງສໍາຄັນ ໃນການສ້າງຂະບວນການຕ່າງໆ ໃນການປະຕິບັດວຽກງານຕົວຈິງ, ຄຽງຄູ່ກັບຈັດຕັ້ງປະຕິບັດວຽກງານວິຊາສະເພາະ ອອກແຮງຂຸດຄົ້ນທຸກແຫລ່ງລາຍຮັບເຂົ້າງົບປະມານແຫ່ງລັດ, ຊຶ່ງກອງປະຊຸມໃຫຍ່ ຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາຂອງພັກ ໃນການກໍ່ສ້າງ ໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄຽງຄູ່ກັບການຄຸ້ມຄອງຈັດເກັບລາຍຮັບໃຫ້ໂປ່ງໃສ, ທັນສະໄໝ ແລະຍຸຕິທໍາ”.
ໂອກາດນີ້, ສະຫາຍ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ໄດ້ເນັ້ນໃຫ້ຄະນະໜ່ວຍພັກສ່ວຍສາອາກອນ ປະຈໍາ ແຂວງອັດຕະປື ໃຫ້ສືບຕໍ່ນຳພາສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະມາຊິກພັກ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ໜັກແໜ້ນ, ເປັນແບບຢ່າງນໍາໜ້າທີ່ດີແກ່ມະຫາຊົນ, ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ວັດທະນາ