ອົງການໃຈບຸນສາກົນປະຈໍາ ສປປ ລາວ ມອບເຄື່ອງຊ່ວຍເຫລືອເມືອງວຽງພູຄາ

ໃນຕອນເຊົ້າວັນທີ 21 ພະຈິກ 2024, ຢູ່ສະໂມສອນຂອງເມືອງວຽງພູຄາ, ແຂວງຫລວງນໍ້າທາ, ອົງການໃຈບຸນສາກົນປະຈໍາ ສປປ ລາວໄດ້ມອບເຂົ້າສານ (ເຂົ້າໜ່ຽວ) ໃຫ້ແກ່ຄອບຄົວທີຖືກຜົນກະທົບຜົນຜະລິດເຂົ້ານາປີ ຈາກໄພພິບັດທໍາມະຊາດຈາກພະຍຸຢາກິ ໃນຕົ້ນເດືອນກັນຍາ 2024 ຜານມາ ຢູ່ເມືອງວຽງພູຄາ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຮືອ ສົມຫວັງ ຮອງເຈົ້າເມືອງ, ທ່ານ ຈອນ ຟຣາຍເອີ້ ຫົວໜ້າແຜນງານໂຄງການ, ອົງການໃຈບຸນສາກົນປະຈໍາ ສປປ ລາວ (DIC ).
ຜົນກະທົບຈາກໄພພິບັດນໍ້າຖ້ວມຜົນຜະລິດຢູ່ເມືອງວຽງພູຄາ ຜ່ານມາທາງເມືອງກໍ່ໄດ້ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງການແຮງງານ- ສະຫວັດດີການສັງຄົມເມືອງລົງເກັບກໍາຂໍ້ມູນທີຖືກຜົນກະທົບ ໂດຍສະເພາະແມ່ນນໍ້າຖ້ວມຜົນຜະລິດເຂົ້ານາປີ, ດິນເຊາະເຈື່ອນເນື້ອທີນາ, ເນື້ອທີສວນ, ດິນສະໄລຖົມເຮືອນປະຊາຊົນຈໍານວນໜຶ່ງ, ໃນນັ້ນເມືອງວຽງພູຄາ ມີ 46 ບ້ານ 5009 ຄົວເຮືອນ ມີປະຊາກອນ 27.656 ຄົນຍິງ 13.969 ຄົນ, ບ້ານທີໄດ້ຮັບກະທົບ ມີຈໍານວນ 28 ບ້ານ, ມີ 797 ຄອບຄົວ ມີເນື້ອທີນາໄດ້ຮັບຜົນເສຍຫາຍຈໍານວນ 134,48 ເຮັດຕາ,ສະເລຍຜົນເສຍຫາຍເປັນເຂົ້າ ຈໍານວນ 33,62ໂຕນ.
ການຊ່ວຍເຫຼືອເຂົ້າໃຫ້ແກ່ປະຊາຊົນເມືອງວຽງພູຄາຄັ້ງນີ້ ແມ່ນໄດ້ຜ່ານການສະເໜີຂອງສູນກາງແນວລາວສ້າງຊາດ ຕໍ່ກັບອົງການໃຈບຸນສາກົນປະຈໍາ ສປປ ລາວ (DIC )ເຊິ່ງໄດ້ຮັບການຊ່ວຍເຫຼືອເປັນເຂົ້າສານໜຽວຈໍານວນ 8 ໂຕນ ກັບ 16 ກິໂລ ລວມມູນຄ່າ 160.320.000 ກິບ,ໃນນັ້ນໄດ້ຮັບການແບ່ງປັນຈາກ ອົງການແນວລາວສ້າງຊາດແຂວງ ຈໍານວນ 500 ກິໂລ ເປັນເງິນ 10.000.000 ກິບ, ລວມມູນຄ່າທັງໝົດ 170.320.000 ກິບ.
ໃນໂອກາດດັ່ງກ່າວ ທ່ານ ຈອນ ຟຣາຍເອີ້ ຫົວໜ້າແຜນງານໂຄງການ, ອົງການໃຈບຸນສາກົນປະຈໍາ ສປປ ລາວ ໄດ້ກ່າວມອບເຂົ້າສານ(ເຂົ້າໜຽວ)ໃຫ້ເມືອງ ແລະ ທາງເມືອງກໍໄດ້ມອບຕໍ່ໃຫ້ຫ້ອງການແນວລາວສ້າງຊາດເມືອງເພື່ອມອບຕໍ່ໃຫ້ຄອບ ຄົວເປົ້າໝາຍ ຈໍານວນ 797 ຄອບຄົວ, ຄອບຄົວໜຶ່ງຈະໄດ້ຮັບເຂົ້າສານ ຈໍານວນ 12 ກິໂລ.
ຂ່າວ: ຄໍາປິງ





