ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

Nov 25, 2024

ເນື່ອງໃນໂອກາດລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຄົບຮອບ30ປີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ສົ່ງສານພາຍໃຕ້ຫົວຂໍ້: ກ້າວເຂົ້າສູ່ 30 ປີ ຂອງຖະແຫລງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການ ໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ”
ເນື້ອໃນສຳຄັນຂອງສານ ໄດ້ກ່າວວ່າ: ວັນທີ 25 ພະຈິກ 2024 ເປັນອີກປີໜຶ່ງ ທີ່ ສປປ ລາວ ແລະ ບັນດາປະເທດໃນທົ່ວໂລກ ພ້ອມກັນລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອສະແດງຄວາມໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ; ຊຶ່ງການດຳເນີນຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປີນີ້ ແມ່ນພາຍໃຕ້ຫົວຂໍ້: “ກ້າວເຂົ້າສູ່ 30 ປີ ຂອງຖະ ແຫລງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ” ເຊິ່ງຮຽກຮ້ອງບັນດາປະເທດໃນໂລກ ຕ້ອງໄດ້ພ້ອມກັນທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຖະແຫລງ ການ ແລະ ແຜນປະຕິບັດງານປັກກິ່ງ ຄົບຮອບ 30 ປີ ເວົ້າລວມ, ເວົ້າສະເພາະ ບັນດາຄວາມໝາຍໝັ້ນ, ຄວາມ ຮັບຜິດຊອບ ແລະ ການຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ການແກ້ໄຂຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປະເທດຕົນ.
ປີ 2024 ນີ້, ລັດຖະບານ ເວົ້າລວມ, ເວົ້າສະເພາະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງ ແມ່ຍິງ ແລະ ແມ່ເດັກ (ຄຊກມດ) ໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດຖະແຫລງການ ແລະ ແຜນປະຕິບັດ ປະຕິບັດງານປັກກິ່ງ ຄົບຮອບ 30 ປີ ຢູ່ ສປປ ລາວ ໃນ 12 ຂົງເຂດທີ່ໜ້າເປັນຫ່ວງ, ພິເສດຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມການພິຈາລະນາ ກ່ຽວກັບບົດລາຍງານແຫ່ງຊາດປະຈຳໄລຍະທີ 10 ໃນການຈັດ ຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈາແນກຕໍ່ແມ່ຍິງ ຢູ່ ສປປ ລາວ ລະຫວ່າງ ລັດຖະບານ ລາວ ແລະ ຄະນະກຳມະການຊີດສາກົນອົງການສະຫະປະຊາຊາດ ຊຶ່ງເຫັນໄດ້ວ່າ ມີຄວາມຄືບໜ້າທີ່ພົ້ນເດັ່ນຫລາຍດ້ານ.
ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຮັບປະກັນໃຫ້ຜູ້ລອດຊີວິດສາມາດເຂົ້າເຖິງ ແລະ ໄດ້ຮັບການບໍລິການອັນຈຳເປັນ ທີ່ ຕ້ອງແກ້ໄຂ ແລະ ທັນເວລານັ້ນ, ມາດຕະຖານດຳເນີນງານ ສຳລັບການບໍລິການດ້ານສຸຂະພາບ, ການບໍລິການດ້ານສັງ ຄົມ, ການບໍລິການດ້ານຂະບວນການຍຸຕິທໍາ ແລະ ມາດຕະຖານດຳເນີນງານການປະສານງານ, ຄຸ້ມຄອງການປະ ສານງານ ແລະ ການສົ່ງຕໍ່ ໄດ້ຖືກໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ.
ໃນປີ 2024 ນີ້, ສປປ ລາວ ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃຫ້ກົນໄກທີ່ໃຫ້ບໍລິການຊ່ວຍເຫລືອແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໂດຍໄດ້ຮັບຮອງເອົາຫລັກການຊ່ວຍເຫລືອທີ່ວ່າ “ບໍ່ມີປະຕູໃດ ທີ່ຜິດ”(No Wrong Door). ພ້ອມນັ້ນ ກໍໄດ້ຝຶກອົບຮົມໃຫ້ກັບພະນັກງານ, ເຈົ້າໜ້າທີ່ ທີ່ໃຫ້ບໍລິການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຂັ້ນສູນກາງ ໃນ 6 ແຂວງ ແລະ 10 ເມືອງ ລວມທັງໝົດ 700 ເທື່ອຄົນ, ຍິງ 630 ເທື່ອຄົນ, ຊາຍ 70 ເທື່ອຄົນ. ແຕ່ງຕັ້ງຄະນະປະສານງານ ແລະ ສົ່ງຕໍ່ ໃນ 6 ແຂວງ ແລະ 6 ເມືອງ; ຂະຫຍາຍສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ 5 ສູນ, ປັບປຸງສະຖານທີ່ບໍລິການຊ່ວຍເຫລືອຜູ້ຖືກເຄາະຮ້າຍໃຫ້ໂຮງໝໍສູນ ກາງ 2 ແຫ່ງ ຄື: ໂຮງໝໍມະໂຫສົດ, ໂຮງໝໍແມ່ ເເລະ ເດັກ ເເລະ ສ້າງຈຸດບໍລິການປະຕູດຽວ (ການບໍລິການ ສຸຂະພາບ) ແຫ່ງທຳອິດຂອງ ສປປ ລາວ ທີ່ໂຮງໝໍມະໂຫສົດ ແລະ ມີເບີສາຍດ່ວນ 1527.
ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ພາກເອກະ ຊົນ ຕະຫລອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານຕ້ານ ແລະ ສະກັດກັ້ນຄວາມຮຸນແຮງ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ.ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາ ກົນ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍ ຂອງລັດຖະບານ ໃນວຽກງານດັ່ງກ່າວ.
ຮຽກຮ້ອງໃຫ້ທຸກພາກສ່ວນໃນຂະແໜງການພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ພາກທຸລະ ກິດເອກະຊົນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍທີ່ເປັນການສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ກໍຄື ການຈັດຕັ້ງປະຕິບັດແຜນ ດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຊຸມປີຕໍ່ໜ້າໃຫ້ ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ, ເອົາໃຈໃສ່ຢ່າງຕັ້ງໜ້າໃນການເພີ່ມທະວີ ການສ້າງຄວາມເຂັ້ມແຂງໃຫ້ ກົນໄກ ແລະ ບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວຢ່າງເປັນລະບົບຕໍ່ເນື່ອງ. ເຮັດໃຫ້ຜູ້ກະທໍາຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງຕ້ອງມີຄວາມຮັບຜິດຊອບຕໍ່ການກະທໍາຂອງຕົນ ແລະ ຕໍ່ໜ້າກົດໝາຍ; ຈັດສັນຊັບພະຍາ ກອນ ແລະ ລົງທຶນໃສ່ການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຜ່ານຂະບວນການ ແລະ ວິທີການຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ປັບປ່ຽນ ທັດສະນະຄະຕິ ແລະ ພຶດຕິກໍາ ທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແລະ ຕ້ອງເຂົ້າໃຈຮ່ວມກັນ ວ່າການກະທໍາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລະເມີດສິດທິມະນຸດພື້ນຖານຂອງແມ່ຍິງ ແລະ ມີຄວາມຜິດທາງດ້ານກົດໝາຍ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການລະນຶກເຖິງ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ກ້າວເຂົ້າສູ່ 30 ປີ ຂອງຖະແຫລງການ ແລະ ແຜນປະຕິບັດງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ” ໃນປີ 2024 ນີ້ ຈົ່ງບັນລຸຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້, ອວຍ ພອນໃຫ້ພີ່ນ້ອງຮ່ວມຊາດປາສະຈາກຄວາມຮຸນແຮງທຸກປະເພດ, ສັງຄົມມີສະເໝີພາບຍິງ-ຊາຍ, ປະເທດຊາດມີຄວາມສີວິໄລ.
May be an image of 1 person and text