ພິທີປະກາດຮັບຮອງແຂວງຄໍາມ່ວນເປັນແຂວງຢຸດຕິການຖ່າຍຊະຊາຍໄດ້ຈັດຂຶ້ນໃນວັນທີ 25 ພະຈິກຜ່ານມາ ຢູ່ສະໂມ ສອນຂອງແຂວງ (ຫຼັກ 4) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະ ສຸກແຂວງໄດ້ຂຶ້ນຜ່ານບົດລາຍງານຜົນສຳເລັດໃນ ການຈັດຕັ້ງປະ ຕິບັດການສ້າງແຂວງຄໍາມ່ວນ ເປັນແຂວງຢຸດຕິການຖ່າຍຊະຊາຍຊຶ່ງເປັນແຂວງທີ 12 ຂອງ ສປປ ລາວ ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນໃນດ້ານການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂັ້ນຕອນເປັນຕົ້ນແມ່ນຂັ້ນຕອນການກະກຽມ, ຂັ້ນຕອນການເກັບກໍາ – ວິເຄາະວິໄຈຂໍ້ມູນ, ຂັ້ນຕອນການກວດກາ-ຕິດຕາມຊຸກຍູ້ ແລະ ປະເມີນຜົນ, ພ້ອມທັງຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຊຶ່ງມີທັງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.
ທົ່ວແຂວງຄໍາມ່ວນ ໄດ້ປະກາດ ເມືອງຢຸດຕິການຖ່າຍຊະຊາຍໄດ້ຄົບທຸກເມືອງ ກວມເອົາທຸກບ້ານ ທີ່ມີຈໍານວນຫຼັງຄາເຮືອນທັງໝົດ 94,480 ຫຼັງຄາເຮືອນ, ໃນນັ້ນ: ຫຼັງຄາເຮືອນທີ່ມີວິດຖ່າຍເປັນ ຂອງຕົນເອງທັງໝົດ 91,377 ຫຼັງຄາເຮືອນ ເທົ່າກັບ 96.72% ແລະ ຫຼັງຄາເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 3,067 ຫຼັງຄາເຮືອນ ເທົ່າກັບ 3.28%. ໂຮງຮຽນທັງໝົດທົ່ວແຂວງ ເທົ່າກັບ 808 ແຫ່ງ, ໂຮງຮຽນມີນໍ້າໃຊ້ ແລະ ວິດຖ່າຍມີ ຈໍານວນ 691 ແຫ່ງ ເທົ່າກັບ 85.52%.
ທີ່ມາ: ຂ່າວ ແຂວງຄໍາມ່ວນ





