ພິທີປີດກອງປະຊຸມສໍາມະນາຮູບແບບຫຼາຍຝ່າຍ ໃນຫົວຂໍ້: “ການຍົກລະດັບຂີດຄວາມສາມາດ ຄັງປັນຍາລະດັບສູງສໍາລັບບັນດາປະເທດອາຊຽນ” ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານນາງ ຈ່າງ ຊ່ວງ ຜູ້ຮັບຜິດຊອບໂຄງການຝຶກອົບຮົມການຍົກລະດັບຂີດຄວາມສາມາດຄັງປັນຍາລະດັບສູງ ສໍາລັບບັນດາປະເທດອາຊຽນ.
ກອງປະຊຸມສໍາມະນາໃນຄັ້ງນີ້ ຖືເປັນເວທີອັນໜຶ່ງ ທີ່ເປີດກວ້າງການແລກປ່ຽນປະສົບການ ແລະ ການສົ່ງເສີມການຮ່ວມມືດ້ານຄັງປັນຍາລະຫວ່າງອາຊຽນ ແລະ ຈີນ. ເຊື່ອໝັ້ນວ່າ ຜ່ານການຝຶກອົບຮົມບັນດານັກສໍາມະນາກອນຈະສາມາດນຳເອົາບົດຮຽນ, ເຕັກນິກວິຊາການ ແລະ ຄວາມຮູ້ ທີ່ເກັບກ່ຽວໄດ້ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ຢູ່ຂົງເຂດຂະແໜງການທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນສູງສຸດ; ນອກນັ້ນ, ກໍຫວັງວ່າທັງນັກສໍາມະນາກອນ, ວິທະຍາກອນ (ຄູ-ອາຈານ) ແລະ ຄະນະຮັບຜິດຊອບຈາກບັນດາປະເທດທີ່ເຂົ້າຮ່ວມ ຈະມີຄວາມປະທັບໃຈ ແລະ ຄວາມຊົງຈໍາທີ່ດີຕະຫຼອດໄລຍະເວລາທີ່ຢູ່ຮ່ວມກັນ ກໍຄື ໄລຍະເວລາທີ່ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.
ຊຸດສໍາມະນາຮູບແບບຫຼາຍຝ່າຍໃນຄັ້ງນີ້ ນັບເປັນຄັ້ງທໍາອິດທີ່ຈັດຢູ່ ສປປ ລາວ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າ ສປ ຈີນ, ໂດຍມີສະຖາບັນອາຊີວະສຶກສາການຄ້າຕ່າງປະເທດແຂວງຫູໜານ ເປັນໜ່ວຍງານຈັດຕັ້ງປະຕິບັດ; ໂດຍໄດ້ຮັບການປະສານງານ ແລະ ອໍານວຍຄວາມສະດວກຕ່າງໆ ຈາກຫ້ອງການເສດຖະກິດ -ການຄ້າ ສະຖານທູດຈີນ ປະຈໍາ ລາວ ແລະ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ມີນັກວິທະຍາກອນທີ່ມາຈາກຂະແໜງການຕ່າງໆຂອງລາວ ແລະ ຈາກບັນດາປະເທດອາຊຽນເຂົ້າຮ່ວມຄື: ຫວຽດນາມ ແລະ ມາເລເຊຍ; ສປ ຈີນ ທີ່ໄດ້ຖ່າຍຖອດບົດຮຽນໃຫ້ພະນັກງານຫຼັກແຫຼ່ງຂອງ ສປປ ລາວ ໃນຊຸດນີ້.
ຂ່າວ-ພາບ: ບຸນອູ້ມ
Seminar “Advancing Advanced Intelligence for ASEAN Countries”Opening ceremony of multilateral seminar on the theme: “Upgrading advanced intelligence capacity for ASEAN countries” was held on November 22 in Vientiane capital, with the participation of Ms. Chang Chuang, who is in charge of the training program on upgrading advanced intelligence skills for ASEAN nations.This seminar provides a platform for sharing of experiences and promoting intellectual cooperation between …See more
Hide original
Rate this translation





