ກະຊວງທາລະນະສຸກ (ສທ) ລາຍງານກ່ຽວກັບການປັບປຸງປະກັນສຸຂະພາບ ແລະ ມາດຕະການ ໃນການສຶກສາອົບຮົບ ຈັນຍາບັນ ຈັນຍາທຳ ໃຫ້ແກ່ພະນັກງານແພດໝໍ ຕໍ່ຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ຂົງເຂດວຽກງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານລັດ ແລະ ແຜນເງິນຕາ ທີ່ໄດ້ຊີ້ ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ດໍາເນີນຕາມວາລະ ໃນວັນທີ 26 ພະຈິກ 2024 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ກະ ຊວງ ສທ ໄດ້ສຶກສາຄວາມເປັນໄປໄດ້ໃນການສ້າງກອງທຶນປະກັນສຸຂະພາບໃຫ້ເປັນຫົວໜ່ວຍການເງິນເອກະລາດໂດຍບໍ່ຂຶ້ນກັບພາກ 63 ຂອງກະຊວງ ສທ ເຫັນວ່າບໍ່ສາມາດປະຕິບັດໄດ້ເທື່ອ ຍ້ອນຕ້ອງໄດ້ປັບປຸງນິຕິກຳ ຂອງກອງທຶນປະກັນສຂະພາບ ໂດຍສະເພາະກົດໝາຍ ວ່າດ້ວຍການປະກັນສຸຂະພາບ ກ່ຽວກັບການນໍາໃຊ້ກອງທຶນ ການເບີກຈ່າຍງົບປະມານ ແລະ ການບັນຊີ-ປີງົບປະມານ ຫ້ອງການປະກັນສຸຂະພາບ ກະຊວງ ສທ ເຊິ່ງໄດ້ສໍາເລັດການປັບປຸງໃນຂັ້ນກະຊວງ ສທ ແລະ ຍື່ນກະຊວງຍຸຕິທໍາ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ໃນເດືອນສິງຫາ 2024 ຄຽງຄູ່ກັບການປັບປຸງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະ ກົດໝາຍວ່າດ້ວຍປະກັນສັງຄົມ ເຫັນວ່າມີຄວາມຊັກຂ້າເນື່ອງຈາກຍັງບໍ່ທັນເອກະພາບ ກ່ຽວກັບອຸດໜູນປະ ກັນສຸຂະພາບ ການເພີ່ມອັດຕາສ່ວນແບງປະກັນສັງຄົມ ຈາກ 1,25% ຂຶ້ນເປັນ 2% ໃຫ້ກອງທຶນປະກັນສຸຂະພາບແຫ່ງຊາດ ຍັງບໍ່ເອກະພາບກັນ ລະຫວ່າງ ກະຊວງ ສທ ແລະ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ເນື່ອງຈາກອົງການປະ ກັນສັງຄົມແຫ່ງຊາດ ສະເໜີໃຫ້ຫ້ອງການປະກັນສຸຂະ ພາບແຫ່ງຊາດ ສະຫຼຸບລາຍຮັບ-ລາຍຈ່າຍ ສະຖານທີ່ບໍລິການ ແຕ່ສູນກາງຮອດທ້ອງຖິ່ນ ເຊິ່ງໄດ້ມີການສະຫຼຸບສັງລວມລາຍຮັບ ແລະ ລາຍຈ່າຍ ງົບປະມານທີ່ໄດ້ຮັບແມ່ນບໍ່ພຽງພໍ ເພາະມີຫຼາຍອຸດໜູນ ເງິນສົມທົບຂອງລັດຖະບານ.
ສໍາລັບກອງທຶນປະກັນສັງຄົມບໍ່ທັນເວລາ ການເຂົ້າລະບົບປະກັນສັງຄົມພາກວິສາຫະ ກິດ ຍັງໜ້ອຍ ແລະ ບໍ່ສາມາດບັງຄັບໃຊ້ກົດໝາຍ ແລະ ງົບປະມານທີ່ຫ້ອງການປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ຮັບແມ່ນຍັງບໍ່ສາມາດປັບອັດຕາທົດແທນໃຫ້ໂຮງໝໍສູນກາງ ເຮັດໃຫ້ບັນດາໂຮງໝໍສູນກາງ ໄດ້ມີຂໍ້ກຳນົດທີ່ແຕກຕ່າງກັນກ່ຽວ ກັບການເກັບເງິນ ຈາກສະມາຊິກປະກັນສັງຄົມເວລາໄປໃຊ້ບໍລິການ ໂດຍສະເພາະບັນດາບັນ ຊີຢາພື້ນຖານທີ່ປົກຄຸມຈາກລະບົບ ປະກັນສຸຂະພາບ ບໍ່ປົກຄຸມ ແລະ ການຈ່າຍຮ່ວມຂອງສະມາຊິກ ເຮັດໃຫ້ເກີດເປັນຫາງສຽງຈົ່ມວ່າຂອງສະມາຊິກ ຮ້ອງນ້ອງໄປຫາ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ເພື່ອຫຼຸດຜ່ອນຫາງສຽງຈາກສະ ມາຊິກປະກັນສັງຄົມກ່ຽວກັບ ການຈັດຕັ້ງປະຕິບັດ ຫກປຊ ແມ່ນໄດ້ກຳນົດບັນດາບັນຊີຢາທີ່ປົກຄຸມ ແລະ ບໍ່ປົກຄຸມຈາກລະບົບປະກັນສຸຂະພາບ ແຕ່ຍັງຢູ່ໃນຂະບວນ ການຂໍການອະນຸມັດ ຈາກການນໍາກະຊວງ ສທ.
ການໂຮມເອົາກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ກອງທຶນປະກັນສັງຄົມ ທັງ ສອງກະຊວງ ໄດ້ປະຊຸມປຶກສາຫາລືຄົ້ນຄວ້າຕາມທິດຊີ້ນໍາ ຜົນຂອງກອງປະຊຸມ ເຫັນວ່າ ສອງກອງທຶນຍັງບໍ່ມີຄວາມພ້ອມໃນການໂຮມເຂົ້າກັນ ເພາະຍັງບໍ່ມີຄວາມພ້ອມທາງດ້ານນິຕິກຳ ບຸກຄະລາກອນ ລະບົບການຄຸ້ມຄອງບໍລິຫານ ແລະ ລະບົບຂໍ້ມູນ ຂ່າວສານ ສອງຂະແຫນງການ ຈຶ່ງມີທັດສະນະ ແລະ ວິທີທາງແກ້ໄຂ ດັ່ງນີ້: ໃນກໍລະນີ ກະຊວງ ສທ ຈັດຕັ້ງປະຕິບັດອຸດຫນນປະກັນສຸຂະພາບ ຕໍ່ໄປຕ້ອງໄດ້ຮີບຮ້ອນສົມ ທົບ ກັບ ອປຊ ແລະ ບັນດາໂຮງໝໍ ເພື່ອປັບປຸງນິຕິກຳ ໃຫ້ສຳເລັດໂດຍໄວ ໂດຍສະ ເພາະນິຕິກຳທີ່ຕິດພັນກັບ ການ ຈັດຕັ້ງປະຕິບັດດີເປົ້າໝາຍສະມາຊິກປະກັນສັງຄົມ ພ້ອມທັງມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສະຫຼຸບລາຍຮັບ-ລາຍຈ່າຍ ແລະ ການນໍາໃຊ້ງົບປະມານເຂົ້າໃນການບໍລິການປິ່ນປົວສຸຂະພາບຂອງ ສະມາ ຊິກປະ ກັນສັງຄົມ ສົ່ງໃຫ້ ກະຊວງ ຮສສ ຢ່າງເປັນຍົກກະຕິ ໃນສະພາບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບທີ່ຕິດພັນກັບລະບົບປະກັນສັງຄົມປັດຈຸບັນ ກຳລັງມີການຮ້ອງຮຽນຂອງສະມາຊິກປະກັນສັງຄົມເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງກາຍເປັນບັນຫາທ້າ ທາຍ ທີ່ມີຜົນກະທົບຕໍ່ ລະບົບປະກັນສັງຄົມ ກໍຄື ການຂະຫຍາຍອັດຕາປົກຄຸມປະ ກັນສັງຄົມ ກະຊວງ ຮສສ ຂໍເອົາອຸດໜູນປະກັນສຸຂະພາບ ຄືນມາຈັດຕັ້ງປະຕິ ບັດຄຽງຄູ່ກັບ 8 ອຸດໜູນປະກັນສັງຄົມ ຄືກັນກັບ ກ່ອນການມອບ-ໂອນໃຫ້ກະຊວງ ສທ.


