ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບຮັບອຸປະກອນອົບຊາ ໃຫ້ສະມາຄົມສົ່ງເສີມຊາປາກຊ່ອງ.

Nov 27, 2024

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບຮັບອຸປະກອນອົບຊາ ໃຫ້ສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024 ທີ່ຫ້ອງການສະມາຄົມສົ່ງເສີມຊາປາກຊ່ອງ ບ້ານຫຼັກ 35 ເມືອງປາກຊ່ອງ ແຂວງຈຳປາສັກ ເປັນກຽດເຂົ້າຮ່ວມ ມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ອາພິວັດ ສົມບູນຂັນ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ນາງ ອາໂອຣາ ໂຈ, ຮອງຫົວໜ້າພະແນກ, ສໍານັກງານຊັບສິນທາງປັນຍາ ສ.ເກົາຫຼີ (KIPO), ທ່ານ ແສງທອງ ມະນີຊັບ ປະທານສະມາຄົມສົ່ງເສີມຊາປາກຊ່ອງ. ມີຊ່ຽວຊານໂຄງການຊັບສິນທາງປັນຍາ ສ.ເກົາຫຼີ, ພະນັກງານກ່ຽວຂ້ອງຈາກກົມ, ແຂວງ ແລະ ເມືອງ, ມີຄະນະສະມາຄົມ, ຕະຫຼອດຮອດສະມາຊິກສະມາຄົມຊາປາກຊ່ອງເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ:
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບຮັບອຸປະກອນ ພາຍໃຕ້ໂຄງການແບ່ງປັນທາງດ້ານຊັບສິນທາງປັນຍາ ເປັນໜຶ່ງກິດຈະກຳທີ່ນອນໃນແຜນກິດຈະກຳ ພາຍໃຕ້ບົດບັນທຶກການຮ່ວມມື “ໃນຂົງເຂດອຸດສາກະກຳ ແລະ ການຄ້າ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂວງຈໍາປາສັກ. ໄດ້ເລີ່ມຕົ້ນໃນປີ 2022, ທາງກົມຊັບສິນທາງປັນຍາ ເຫັນໄດ້ຄວາມສໍາຄັນໃນການພັດທະນາ ຜະລິດຕະພັນຊາປາກຊ່ອງຂອງລາວເຮົາ ເຫັນໄດ້ທ່າແຮງ ຂອງຜະລິດຕະພັນດັ່ງກ່າວ ໃນການຕໍ່ຍອດຜະລິດຕະພັນໃຫ້ມີຄວາມເຂັ້ມແຂງ, ສາມາດສົ່ງອອກໄດ້ ທັງພາຍໃນ ແລະ ຕ່າງປະເທດ ໂດຍນໍາໃຊ້ ຊັບສິນທາງປັນຍາ ນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ສ້າງຍີ່ຫໍ້ ແຜນການຈົດທະບຽນຖິ່ນກຳເນີດແຫ່ງຊາດ, ຈຶ່ງໄດ້ນໍາສະເໜີ ລັດຖະບານເກົາຫຼີ ເພື່ອສ້າງໂຄງການ ແບ່ງປັນທາງດ້ານຊັບສິນທາງປັນຍາ (IP Sharing) ຂຶ້ນ, ໂດຍມີຈຸດປະສົງ ເພື່ອສົ່ງເສີມ ແລະ ພັດທະນາ ການຜະລິດປຸງແຕ່ງໃບຊາ, ໂດຍສະເພາະ ແມ່ນການພັດທະນາອຸປະກອນສໍາລັບການປຸງແຕ່ງໃບຊາ ການສ້າງຍີ່ຫໍ້ໃຫ້ແກ່ ຊາປາກຊ່ອງ ໃຫ້ມີປະສິດທິພາບ ເໝາະສົມແກ່ສະມາຄົມຊາປາກຊ່ອງ. ມາຮອດ 2023 ກໍໄດ້ຮັບການຕອບຮັບການຊ່ວຍເຫຼືອຈາກລັດຖະບານເກົາຫຼີ ໃນນາມທຶນການຊ່ວຍເຫຼືອລ້າ ເພື່ອການພັດທະນາຢູ່ ສປປ ລາວ ແລະ ໄດ້ມອບໃຫ້ ສະມາຄົມສົ່ງເສີມການປະດິດສ້າງ ສ. ເກົາຫຼີ ເປັນຜູ້ຄຸ້ມຄອງໂຄງການ ແລະ ສະມາຄົມຊາປາກຊ່ອງ ໃນຖານະທີ່ເປັນຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ ເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະທີ່ຜ່ານມາ, ຊ່ຽວຊານໂຄງການດັ່ງກ່າວ ໄດ້ເດີນທາງມາ ສປປ ລາວ ຈໍານວນ 03 ຄັ້ງ ເພື່ອເກັບກໍາຂໍ້ມູນປະກອບເຂົ້າບົດສຶກສາໂຄງການ ແລະ ເກັບກໍາຂໍ້ມູນເພື່ອສ້າງເຄື່ອງຈັກອົບຊາໃຫ້ສະມາຄົມສົ່ງເສີມຖິ່ນກຳເນີດຊາປາກຊ່ອງ. ຊຶ່ງເຄື່ອງທີ່ນຳມາມອບ ຫຼື ຊ່ວຍເຫຼືອໃນຄັ້ງນີ້ ມີເຄື່ອງນວດໃບຊາ 05 ເຄື່ອງ, ຊຸດເຄື່ອງອົບໃບຊາ 01 ເຄື່ອງ ແລະ ຊ່ວຍເຫຼືອໃນການອອກແບບເຄື່ອງໝາຍການຄ້າ, ພ້ອມແບບຫຸ້ມຫໍ່ພັດຈຸພັນທັງຊ່ວຍເເນະນໍາຫາຕະຫຼາດໃຫ້ ສະມາຄົມສົ່ງເສີມຊາປາກຊ່ອງ, ມາຮອດປະຈຸບັນໄດ້ສໍາເລັດການຕິດຕັ້ງເຄື່ອງດັ່ງກ່າວ ທີ່ສະມາຄົມແຫ່ງນີ້ ແລະ ອອກແບບເຄື່ອງໝາຍການຄ້າໃຫ້ກັບຜະລິດຕະພັນຊາປາກຊ່ອງ ສໍາເລັດເປັນທີ່ຮຽບແລ້ວ ເພື່ອສ້າງຊັບສິນທາງປັນຍາ ເປັນແຮງຊຸກຍູ້ ການພັດທະນາ ນະວັດຕະກຳ, ເຕັກໂນໂລຍີ, ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ຂອງ ສປປ ລາວ ແລະ ເພື່ອເຮັດໃຫ້ບັນລຸໄດ້ ວິໄສທັດຮອດປີ 2030 ຂອງວຽກງານຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ໄດ້ກຳນົດແຜນງານ ແລະ ກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ຮອດປີ 2025 ແລະ 2030, ໃນນັ້ນ ແຜນງານເພີ່ມທະວີການນໍາໃຊ້ ຊັບສິນທາງປັນຍາ ໃນສະຖາບັນການສຶກສາ, ສະຖາບັນຄົ້ນຄ້ວາວິໃຈ ແລະ ວິສາຫະກິດ ຂະແໜງ ອຸດສາຫະກຳ, ຫັດຖະກຳ, ກະສິກຳ, ການຄ້າ, ການບໍລິການ ແລະ ວັດທະນະທໍາ ກໍເປັນແຜນງານໜຶ່ງທີ່ມີຄວາມສໍາຄັນຫຼາຍ ໂດຍສະເພາະແມ່ນ ແນໃສ່ການເພີ່ມທະວີນໍາໃຊ້ຊັບສິນທາງປັນຍາຫຼາຍຂຶ້ນ ໃນສະຖາບັນການສຶກສາ, ສະຖາບັນຄົ້ນຄ້ວາ-ວິໄຈ ແລະ ວິສາຫະກິດຂະ ແໜງຕ່າງໆ ລວມທັງການຈົດທະບຽນຊັບສິນທາງປັນຍາ ເພື່ອສົ່ງເສີມຫົວຄິດປະດິດສ້າງ ປະດິດຄິດແຕ່ງ ແລະ ສ້າງມູນຄ່າໃຫ້ແກ່ຜະລິດຕະພັນຂອງລາວ ໃຫ້ສາມາດກ້າວສູ່ຕະຫຼາດສາກົນໄດ້ເທື່ອລະກ້າວ. ເຫັນວ່າ ໃນໄລຍະຜ່ານມາ ສໍານັກງານຊັບສິນທາງປັນຍາ ສ.ເກົາຫຼີ (KIPO) ໄດ້ມີຈັດຕັ້ງປະຕິບັດໄດ້ດີພໍສົມຄວນ, ມີຜົນງານທີ່ພົ້ນເດັ່ນ ປະຈັກຕາ ແລະ ມີຫຼາຍຈຸດທີ່ສາມາດນໍາມາແລກປ່ຽນບົດຮຽນ ເພື່ອພັດທະນາຂະແໜງການດັ່ງກ່າວຂອງ ລາວເຮົາໄດ້ເປັນຢ່າງດີ.
ໂອກາດນິ້ຍັງໄດ້ຜ່ານຄວາມເປັນມາຂອງສໍານັກງານຊັບສິນທາງປັນຍາ ສ.ເກົາຫຼີ (KIPO), ຄວາມເຂົ້າໃຈກ່ຽວກັບສະມາຄົມສົ່ງເສີມການປະດິດສ້າງ ສ. ເກົາຫຼີ (KIPA), ອົງການອອກແບບສະຕູດີໂອ (DSA) ແລະ ແນະນຳເຕັກນິກການນຳໃຊ້ເຄື່ອງອົບແຫ້ງໃບຊາ, ເຄື່ອງນວດໃບຊາຕື່ມອີກ ຊຶ່ງພ້ອມຍົກໃຫ້ເຫັນຄຸນປະໂຫຍດຂອງເຄື່ອງຈັກໃໝ່ທີ່ໄດ້ມາດຕະຖານ ແລະ ທັນສະໄໝທີ່ນຳມາມອບ ແລະ ຕິດຕັ້ງໃຫ້ໃນຄັ້ງນີ້.
ສ່ວນທ່ານ ແສງທອງ ມະນີຊັບ ປະທານສະມາຄົມສົ່ງເສີມຊາປາກຊ່ອງ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ລັດຖະບານ ສ ເກົາຫຼີ,ສຳນັກງານຊັບສິນທາງປັນຍາ ສ ເກົາຫຼີ ( KIPO ) ສະມາຄົມສົ່ງເສີມການປະດິດສ້າງ ສ. ເກົາຫຼີ (KIPA), ອົງການອອກແບບສະຕູດີໂອ (DSA) ທີ່ໄດ້ປະສານງານ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສໍາເລັດຜົນ. ພ້ອມດຽວກັນນັ້ນ, ກໍ່ຂໍສະແດງຄວາມຂອບໃຈ ມາຍັງ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຈໍາປາສັກ, ອໍານາດການປົກຄອງທ້ອງຖິ່ນ ທີ່ໄດ້ຊ່ວຍຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ໂຄງການດັ່ງກ່າວ ດ້ວຍດີຕະຫຼອດມາ. ຫວັງວ່າ ໂຄງການດັ່ງກ່າວ ຈະສ້າງຜົນປະໂຫຍດ ໃຫ້ແກ່ສະມາຄົມຊາປາກຊ່ອງ ຂອງພວກທ່ານ ແລະ ຊ່ວຍຊຸກຍູ້ສົ່ງເສີມສິນຄ້າ GI ຂອງລາວໃຫ້ເປັນທີ່ຮູ້ຈັກ ແລະ ຍອມຮັບໃນເວທີສາກົນຍິ່ງໆຂຶ້ນ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ