ພິທີມອບ-ຮັບອາຄານຫ້ອງສະໝຸດຫລັງໃໝ່ ໃຫ້ໂຮງຮຽນ ມັດທະຍົມຕົ້ນ (ມຕ) ຫໍກອງ ເມືອງເລົ່າງາມ ແຂວງສາລະວັນ ຈັດຂຶ້ນໃນວັນທີ 26 ພະຈິກ 2024 ທີ່ໂຮງຮຽນດັ່ງກ່າວ ຕາງໜ້າມອບໂດຍ ທ່ານ ນາງ ຊາອິໂກະ ອິໂຕຕານິ ປະທານບໍລິສັດ ແອວເຊີຮິນ 1% ແຫ່ງປະເທດ ຍີ່ປຸ່ນ ແລະ ຕາງໜ້າກ່າວຮັບໂດຍທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງໆເລົ່າງາມ, ມີທ່ານ ນາງ ພູວຽງ ອິນທະສອນ ຮອງຫົວໝ້າພະແນກສຶກສາທິການ ແລະ ກິລາ ແຂວງ ສາລະວັນ ພ້ອມດ້ວຍອຳນາດການປົກຄອງບ້ານ, ຄູອາຈານຫລານນ້ອຍນັກຮຽນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ອາຄານຫ້ອງສະໝຸດຫລັງໃໝ່ ໄດ້ຮັບທຶນ ສະໜັບສະໜູນຈາກບໍລິສັດ ແອວເຊີຮິນ 1% ແຫ່ງປະເທດ ຍີ່ປຸ່ນ 90% ແລະ ທຶນສົມທົບຈາກພໍ່ແມ່ປະຊາຊົນໃນ 8 ບ້ານອ້ອມຂ້າງ ຈຳນວນໜຶ່ງ ຊ່ວຍເຫລືອໃນກໍ່ສ້າງ ເພື່ອໃຫ້ເດັກໃນເກນອາຍຸຮຽນ ໄດ້ເຂົ້າສຶກສາຮໍ່າຮຽນໃຫ້ໝົດທຸກຄົນ ຕາມແຜນຍຸດທະສາດການສຶກສາທີ່ພັກ-ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ. ການກໍ່ສ້າງຫ້ອງສະໝຸດ ແມ່ນໜຶ່ງໃນໂຄງການຊ່ວຍເຫລືອສັງຄົມ-ຊຸມຊົນຂອງ ສະມາຄົມພັດທະນາຊຸມຊົມບ້ານເຮົາ ໂຄງການດັ່ງກ່າວແມ່ນໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ພຶດສະພາ 2024 ເປັນຕົ້ນມາ ແລະ ໄດ້ສໍາເລັດໃນຕົ້ນເດືອນ ສິງຫາ 2024, ຫ້ອງສະໝຸດຫລັງນີ້ມີຄວາມຍາວ 9 ແມັດ, ກວ້າງ 7 ແມັດ, ເປັນອາຄານຊັ້ນດຽວ, ປູກາໂລ, ມຸ່ງ ດ້ວຍກະເບື້ອງ ປະກອບມີ 1 ຫ້ອງໃຫຍ່ ລວມມູນຄ່າການກໍ່ສ້າງທັງໝົດ 390 ລ້ານກີບ.
ໂອກາດນີ້, ທ່ານ ຄໍາຫວັນ ສີສະໝຸດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ຊາອິໂກະ ອິໂຕຕານິ ແລະ ທ່ານ ນາງ ທາເກໂກະຊິ ຮິຢູໂກະ ຫົວໝ້າທິມງານ ແຫ່ງປະເທດ ຍີ່ປຸ່ນ ທີ່ຊ່ວຍເຫລືອກໍ່ສ້າງຫ້ອງສະໝຸດ ແຫ່ງນີ້ຈົນສຳເລັດ ເປັນການປະກອບສ່ວນພັດທະນາການສຶກສາ ຂະຫຍາຍໂອກາດເຂົ້າຮຽນຂອງລູກຫລານ ກໍຄືເມືອງເລົ່າງາມໃຫ້ມີການຂະຫຍາຍຕົວດີຂຶ້ນ.
ຂ່າວ-ພາບ: ວົງດາລາ ຈັນທະວົງ





