ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ສປປລາວ ແລະ ກີ່ງແຂວງ 12 ພັນນາ ແຂວງຢຸນນານ ສປຈີນ ເພີ່ມທະວີການຮ່ວມມື ດ້ານການອະນຸລັກຊີວະນາໆພັນຂ້າມຊາຍແດນ ແມ່ນສ່ວນສຳຄັນຂອງການຮ່ວມມືທາງສິ່ງແວດລ້ອມ ເນື່ອງມາຈາກຂໍ້ຕົກລົງສົນທິສັນຍາທີ່ທັງສອງປະເທດທີ່ລົງນາມກົດເກນສ້າງຄວາມຮ່ວມມື ເພື່ອຄວາມຍືນຍົງຂອງຊັບພະຍາກອນທາງຊີວະ ແລະ ຂະຫຍາຍຊີວະນາໆພັນໃນໄລຍະຜ່ານມາ.
ການຮ່ວມມືດັ່ງກ່າວ, ມີຄວາມສຳຄັນຫຼາຍ ເປັນຕົ້ນແມ່ນການສ້າງເຂດອະນຸລັກຂ້າມຊາຍແດນ, ສອງຝ່າຍໄດ້ປະສານງານໃນການສ້າງເຂດອະນຸລັກຊີວະນາໆພັນ ທີ່ມີສ່ວນຂອງຊາຍແດນຮ່ວມກັນ, ການແລກປ່ຽນຄວາມຮູ້ ແລະ ທັກສະມີການຝຶກອົບຮົມວຽກງານສິ່ງແວດລ້ອມໃຫ້ຜູ້ຄົນໃນພື້ນທີ່ຂ້າມຊາຍແດນ ພ້ອມທັງການເປັນທີ່ປຶກສາດ້ານວິທະຍາສາດ, ການພັດທະນາຢູ່ຢ່າງຍືນຍົງ ແນ່ໃສ່ການສົ່ງເສີມການປະຕິບັດອາຊີບໄດ້ຢ່າງຍືນຍົງຂອງຊຸມຊົນ ໂດຍບໍ່ສ້າງຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມ. ມີການສ້າງລະບົບການຕິດຕາມຂໍ້ມູນ ແລະ ການແບ່ງປັນຂໍ້ມູນດ້ານຊີວະນາໆພັນໃຫ້ມີປະສິດທິຜົນ. ການຮ່ວມມືບໍ່ພຽງແຕ່ເພື່ອຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ສິ່ງແວດລ້ອມທີ່ດີ ຍັງເປັນຕົ້ນແບບຂອງຄວາມຮ່ວມມືຂ້າມຊາຍແດນໃນພູມີພາກອາຊຽນຕື່ມອີກ.
ກອງປະຊຸມຍັງໄດ້ມີການລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ສັດປ່າ, ເຄື່ອງປ່າຂອງດົງ ແລະ ຊີວະນາໆພັນ ຂອງແຂວງອຸດົມໄຊ, ຜົ້ງສາລາ, ຫຼວງນ້ຳທາ ສປປ ລາວ ແລະ ກິ່ງແຂວງ 12 ພັນນາ ສປ ຈີນ ໃນໄລຍະຜ່ານມາ ໂດຍມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ຍັງມີບັນຫາທ້າທາຍຫຼາຍຢ່າງທີ່ຈະໄດ້ປຶກສາຫາລື ຊອກຫາວິທີການແກ້ໄຂໃນຕໍ່ຫນ້າ. ພ້ອມດຽວກັນນີ້ ກໍໄດ້ລົງນາມບົດບັນທຶກຮ່ວມກັນລະຫວ່າງອໍານາດການປົກຄອງແຂວງອຸດົມໄຊ ແລະ ອໍານາດການປົກຄອງກິ່ງແຂວງສິບສອງພັນນາ, ຊຶ່ງຮ່ວມກັນຕ້ານສະກັດກັ້ນການຊື້-ຂາຍ ພັນພືດ-ພັນສັດປ່າທີ່ຫາກຍາກໄກ້ສູນພັນຂ້າມຊາດ ແລະ ຂ້າມຊາຍແດນລະຫວ່າງລາວ-ຈີນທີ່ຜິດຕໍ່ລະບຽບກົດໝາຍ, ຮ່ວມກັນຄຸ້ມຄອງ ແລະ ລົງຕິດຕາມກວດກາໂລກລະບາດພະຍາດຂອງສັດປ່າ, ຮ່ວມກັນເຄື່ອນໄຫວຕ້ານສະກັດກັ້ນໄຟໄໝ້ລາມປ່າຂ້າມຊາຍແດນລາວ-ຈີນ, ຮ່ວມກັນເຄື່ອນໄຫວກວດກາລາດຕະເວນຢູ່ຂອບເຂດພື້ນທີ່ການຮ່ວມມື, ນໍາພາພະນັກງານ ແລະ ປະຊາຊົນແລກປ່ຽນຖອດຖອນບົດຮຽນ ການດໍາລົງຊີວິດທີ່ຕິດພັນກັບການຄຸ້ມຄອງປ່າໄມ້ຊັບພະຍາກອນປ່າໄມ້ ໃນເຂດຊາຍແດນພື້ນທີ່ຮ່ວມຮັກສາລະຫວ່າງລາວ-ຈີນ, ສອງຝ່າຍສືບຕໍ່ເຄື່ອນໄຫວໂຄສະນາເຜີຍແຜ່ເຊື່ອມຊຶມລະບຽບກົດໝາຍ ແລະ ນິຕິກໍາຕ່າງໆໃຫ້ແກ່ປະຊາຊົນບັນດາເຜົ່າເພື່ອຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດໃນວຽກງານການຄຸ້ມຄອງປ່າໄມ້, ສັດປ່າ ແລະ ການຮ່ວມືດ້ານອື່ນໆ.
ກອງປະຊຸມຈັດຂຶ້ນໃນວັນທີ່ 27 ພະຈິກ 2024 ທີ່ໂຮງແຮມເຊີ່ງຊ່າງເທດສະບານແຂວງອຸດົມໄຊ ໂດຍມີທ່ານ ພີມມະເສນ ຄູນສີລິວົງ ຫົວຫນ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ທ່ານ ຕາວ ຈຽນຫົງ ຮອງຫົວຫນ້າຫ້ອງການປ່າໄມ້ ແລະ ທົ່ງຫຍ້າ ກິ່ງແຂວງ 12 ພັນນາ ,ມີຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ຫຼວງນ້ຳທາ ແລະ ຂະແໜງການທີ່ກ່ຽວຂ້ອງທັງຝ່າຍເຂົ້າຮ່ວມ.
ຂ່າວ: ແສງອາທິດ




