ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານພົບປະແລກປ່ຽນວັດທະນະທໍາລາວ – ຈີນ

Nov 27, 2024

ຫ້ອງການຄະນະກໍາມາທິການຮ່ວມມືລາວ-ຈີນ (ຫຄລຈ) ຮ່ວມກັບກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ-ການຄ້າ ແລະ ສະຖາບັນອຸດສາຫະກໍາປຸງແຕ່ງແຫ່ງຊາດຈີນ ໄດ້ຈັດງານພົບປະແລກປ່ຽນວັດທະນະທໍາ ແລະ ກົດລະບຽບ, ມາດຕະຖານເຫຼົ້າລາວ-ຈີນ, ໃນວັນທີ 26 ພະຈິກນີ້ ທີ່ໂຮງແຮມລາດຊະວົງ ວັນດາ ວິສຕ້າ ນະຄອນຫຼວງວຽງຈັນ. ເປັນກຽດໃນງານ, ໂດຍທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ກວາ ຊິນ ກວາງ(Guo Xin guang)ເລຂາຄະນະພັກ ຫົວໜ້າສະຖາບັນອຸດສາຫະກໍາອາຫານໝັກບົ່ມ ສປ ຈີນ, ທ່ານ ຫານເຢ້ຍ ເລຂາເອກຫ້ອງການທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາແຂກຜູ້ມີກຽດທັງລາວ ແລະ ຈີນ ເຂົ້າຮ່ວມ.
ທ່ານ ໄຊຊະນະ ສິດທິພອນ ກ່າວວ່າ: ຂ້າພະເຈົ້າເຫັນວ່າ ເປັນງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ບໍ່ສະເພາະແຕ່ການຊຸກຍູ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງຊາດ, ຍັງເປັນການແລກປ່ຽນວັດທະນະທໍາ ແລະ ຊຸກຍູ້ການຮ່ວມມືດ້ານວິຊາການ ແລະ ເຕັກນິກໃນການຄຸ້ມຄອງອຸດສາຫະກໍາໝັກບົ່ມລະຫວ່າງ ສອງປະເທດພວກເຮົານໍາອີກ.
ສອງຊາດລາວ-ຈີນ ເປັນບ້ານໃກ້ເຮືອນຄຽງທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ປະຊາຊົນສອງຊາດ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ. ປີນີ້ ເປັນປີຄົບຮອບ 15 ປີແຫ່ງການ ກຳນົດເປັນສາຍພົວພັນມິດຕະພາບ ທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງລາວ-ຈີນ, ບົນຈິດໃຈ 4 ດີ ທີ່ວ່າ: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ພິເສດ ນັບແຕ່ປີ 2019 ເປັນຕົ້ນມາ, ການນໍາສູງສຸດ ຂອງສອງປະເທດ ໄດ້ຮ່ວມລົງນາມ ໃນແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຂຶ້ນ ແລະ ປີ 2023 ທີ່ຜ່ານມາ ໄດ້ມີການເຊັນແຜນແມ່ບົດດັ່ງກ່າວເປັນສະບັບທີ 2 ຊຶ່ງເປັນແຜນແມ່ບົດທີ່ມີມາດຕະຖານ, ຄຸນນະພາບ ແລະ ລະດັບທີ່ສູງກວ່າເກົ່າ; ແຜນແມ່ບົດດັ່ງກ່າວ ໄດ້ເປັນເຂັມຊີ້ທິດໃຫ້ແກ່ການຮ່ວມມືຂອງສອງປະເທດລາວ-ຈີນ ຂອງພວກເຮົາ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ການຈັດງານພົບປະແລກປ່ຽນວັດທະນະທໍາ ແລະ ກົດລະບຽບ, ມາດຕະຖານເຫຼົ້າລາວ-ຈີນ ໃນຄັ້ງນີ້, ດ້ານໜຶ່ງກໍເພື່ອເປັນການສົ່ງເສີມການຮ່ວມມືດ້ານການຄ້າຂອງສອງຝ່າຍ ທີ່ມີພື້ນຖານທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຕີບໃຫຍ່ຂຶ້ນ, ເປັນເວທີ ເປັນໂອກາດໃຫ້ແກ່ການແນະນໍາຜະລິດຕະພັນເຄື່ອງດື່ມປະເພດເຫຼົ້າຂອງລາວ ແລະ ຈີນ ຊຶ່ງ ເຫຼົ້າ ເປັນເຄື່ອງດື່ມທີ່ມີປະຫວັດສາດ ທີ່ຄຽງຄູ່ມະນຸດເຮົາມາແຕ່ດົນນານ, ບໍ່ພຽງແຕ່ເປັນເຄື່ອງດື່ມທີ່ສ້າງຄວາມບັນເທີງໃຫ້ແກ່ມະນຸດ, ຍັງເປັນສິ່ງທີ່ກະຕຸ້ນ ແລະ ສ້າງສາຍພົວພັນມິດຕະພາບທີ່ດີຂອງມວນມະນຸດ; ນອກຈາກນັ້ນ ອຸດສາຫະກໍາເຫຼົ້າ ຍັງເປັນອຸດສາຫະກໍາໜຶ່ງ ທີ່ສາມາດ ກະຕຸ້ນພັດທະນາເສດຖະກິດໄດ້ເປັນຢ່າງດີ, ຫຼາຍເຂດຫຼາຍເມືອງຂອງຈີນ ໄດ້ຮັບການພັດທະນາດ້ວຍອຸດສາຫະກໍາເຫຼົ້າ ທີ່ມີຄຸນນະພາບດີ ແລະ ເປັນເອກະລັກຂອງຕົນໄດ້.
ສປ ຈີນ ເປັນປະເທດທີ່ມີວັດທະນະທໍາໃນການດື່ມເຫຼົ້າມາແຕ່ດົນນານແລ້ວ, ອຸດສາຫະກໍາການຜະລິດ ແລະ ຈໍາໜ່າຍເຫຼົ້າຂອງ ສປ ຈີນ ກໍມີຂະໜາດໃຫຍ່ ມີຊື່ສຽງໂດ່ງດັງລະດັບໂລກ, ເປັນຕົ້ນເຫຼົ້າເໝົາໄຖ, ອູຫຼຽງແຢ້, ຈ້ຽນຫຼານຊຸ່ນ, ຫຼູໂຈ່ວລາວຈ້ຽວ ແລະ ອື່ນໆ. ສ່ວນ ສປປ ລາວ ພວກເຮົາ ກໍມີເຫຼົ້າ-ເບຍທີີ່ມີຊື່ສຽງເຊັ່ນກັນ ເປັນຕົ້ນເຫຼົ້າຂາວລາວ, ເຫຼົ້າຂຽວຜົ້ງສາລີ, ເຫຼົ້າຂາວດອກຈໍາປາ, ເຫຼົ້າກົງສະເດັນ ແລະ ເບຍລາວ ເຫຼົ່ານີ້ເປັນຕົ້ນ. ງານນີ້ເປັນການສ້າງກາລະໂອກາດໃຫ້ແກ່ບໍລິສັດ ແລະ ໂຮງງານຜະລິດເຫຼົ້າທີ່ມີຊື່ສຽງຈາກ ສປ ຈີນ ມາແນະນໍາຜະລິດຕະພັນຂອງຕົນ. ພ້ອມດຽວກັນ ກໍເປັນການສ້າງກາລະໂອກາດອັນດີໃຫ້ແກ່ນັກທຸລະກິດ ແລະ ຜູ້ປະກອບການ ຂອງລາວ ແລະ ຈີນ ໄດ້ມີໂອກາດຊອກຫາການຮ່ວມມືນໍາກັນໃນອະນາຄົດ, ລວມທັງການຮ່ວມມືລົງທຶນປຸງແຕ່ງ ແລະ ການຮ່ວມມືດ້ານການຄ້ານໍາກັນ.ຈຸດປະສົງການຈັດງານຄັ້ງນີ້ ເພື່ອເປັນການແລກປ່ຽນບົດຮຽນ ກ່ຽວກັບລະບຽບການ ແລະ ມາດຕະຖານເຄື່ອງດື່ມປະເພດເຫຼົ້າຂອງສອງປະເທດ, ໂດຍສະເພາະແມ່ນການກໍານົດມາດຕະຖານຂອງເຄື່ອງດື່ມປະເພດ ເຫຼົ້າ, ລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາຄວາມປອດໄພຕ່າງໆ. ເຊື່ອແນ່ວ່າ ຜ່ານການແລກປ່ຽນບົດຮຽນ, ປະສົບການ ຈະເຮັດໃຫ້ພວກເຮົາມີຄວາມເຂົ້າໃຈ ຜົນດີ ແລະ ຜົນເສຍຂອງເຫຼົ້າ ແລະ ຮູ້ວິທີການຄວບຄຸມສິ່ງບໍ່ດີ ແລະ ເສີມຂະຫຍາຍສິ່ງທີ່ນໍາຜົນປະໂຫຍດມາສູ່ສັງຄົມ ຂອງເຄື່ອງດື່ມປະເພດເຫຼົ້າ ໃຫ້ນັບມື້ນັບດີຂຶ້ນ ຊຶ່ງເຊື່ອວ່າ ສປ ຈີນ ມີບົົດຮຽນທີ່ດີໃນດ້ານນີ້ ແລະ ຈະຊ່ວຍ ສປປ ລາວ ໃນການກໍານົດລະບຽບການ ແລະ ມາດຕະຖານຂອງຕົນ ໃຫ້ແທດເໝາະກັບສະພາບການຂອງ ສປປ ລາວ ໃນຕໍ່ໜ້າ.
ໂອກາດນີ້, ໄດ້ມີພິທີລົງນາມໃນສັນຍາການຄ້າ ລະຫວ່າງລາວ-ຈີນ ຕາງໜ້າຝ່າຍລາວໂດຍ ທ່ານ ດາວວອນ ພະຈັນທະວົງ ແລະ ຕາງໜ້າຝ່າຍຈີນໂດຍ ທ່ານ ກວາ ຊິນ ກວາງ.
ຂ່າວ-ພາບ: ແສງຈັນ, ວັນເພັງ