ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ຈະມີທິດທາງ ແລະ ມາດຕະການ ເພື່ອຜັນຂະຫຍາຍມະ ຕິກົມການ ເມືອງສູນກາງພັກ

Nov 27, 2024

ລັດຖະບານ ຈະມີທິດທາງ ແລະ ມາດຕະການ ເພື່ອຜັນຂະຫຍາຍມະ ຕິກົມການ ເມືອງສູນກາງພັກ ເລກທີ 04/ກມສພ, ລົງ ວັນທີ 11 ພະຈິກ 2024 ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ເຂົ້າໃນການພັດທະນາເສດຖະກິດ- ສັງຄົມປະຈໍາປີ 2025 ເພື່ອກ້າວໄປເຖິງການຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຄືແນວ ໃດ ?. ນີ້ແມ່ນຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ມີຕໍ່ລັດຖະບານ.
ຕໍ່ຄໍາຖາມດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ທີ່ຫໍສະພາແຫ່ງຊາດ ວ່າ: ເພື່ອຈັດຕັ້ງປະຕິບັດມະຕິດັ່ງກ່າວ, ລັດຖະບານຈະສຸມໃສ່ 6 ຂົງເຂດບູລິມະສິດ ດັ່ງນີ້:
1). ສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນ ເອງກຸ້ມຕົນເອງທາງດ້ານງົບປະມານ ເຊັ່ນ: ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມຄໍາຂວັນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍ ໃນມີສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປສູ່ທັນສະໄໝ” ແນໃສ່ຫຼຸດຜ່ອນການເພີ່ງພາການກູ້ຢືມຈາກຕ່າງປະເທດຕາມທິດ ສອຈ ໂດຍຫັນມານໍາໃຊ້ແຫຼ່ງທຶນຈາກພາຍໃນ ເປັນຕົ້ນຕໍ, ຊຶ່ງໃນໄລຍະ 4 ປີມານີ້ ເຫັນໄດ້ວ່າ ການເກັບລາຍຮັບມີການເພີ່ມຂຶ້ນ ແລະ ເກີນແຜນເປັນປີທີ 4 ຕິດຕໍ່ກັນ, ພິເສດປີ 2024 ໝົດປີຄາດວ່າຈະເກີນແຜນປະມານ 10% ເທົ່າກັບປະມານ 5 ພັນກວ່າຕື້ກີບ ແລະ ຄາດວ່າໃນປີ 2025 ຈະມີສ່ວນສະສົມເພີ່ມຂຶ້ນເພື່ອຊໍາລະໜີ້ສິນໃຫ້ຫຼຸດລົງຕາມທິດນໍາ ສອຈ…
– ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ໝັ້ນທ່ຽງ ໂດຍສະເພາະ ຖືສໍາຄັນການຄວບຄຸມເງິນ ເຟີ້ ດ້ວຍການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາດັດສົມປະລິມານເງິນ ໃຫ້ມີປະສິດທິພາບ; ປະຕິບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດແລະ ອື່ນໆ.
2). ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການ ນໍາເຂົ້າ ແລະ ຜະລິດເປັນສິນຄ້າ ເພື່ອສົ່ງອອກ ໂດຍສຸມໃສ່ໃຫ້ສາມາດກຸ້ມຕົນເອງທາງດ້ານ ສະບຽງອາຫານ ໂດຍສະເພາະ ຜະລິດເຂົ້າກິນ, ຜະລິດພືດສະບຽງອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມ ການບໍລິໂພກຢູ່ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ຫຼື ເອີ້ນວ່າ ດຸ່ນດ່ຽງການນໍາເຂົ້າ-ສົ່ງອອກ…
3). ຈະໄດ້ສືບຕໍ່ສຸມໃສ່ພັດທະນາດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດຮັບປະກັນການສະໜອງໄຟຟ້າໃຫ້ມີຄວາມສະຖຽນ ແລະ ພຽງ ພໍກັບຄວາມຕ້ອງການພາຍໃນເປັນບູລິມະສິດ. ໃນໄລຍະຜ່ານມາ, ເຖິງແມ່ນວ່າປະເທດເຮົາສາມາດ ຜະລິດໄຟຟ້າໄດ້ຫຼາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ຍັງມີການນໍາເຂົ້າໄຟຟ້າເພື່ອສະໜອງພາຍໃນ ເນື່ອງຈາກລະບົບສາຍສົ່ງ ເພື່ອລໍາລຽງກະແສໄຟຢູ່ພາຍໃນປະເທດ ຍັງບໍ່ທັນເຊື່ອມຈອດກັນ. ສະນັ້ນ, ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການແກ້ໄຂໃນໄລ ຍະກາງໂດຍສະເພາະແມ່ນຈະສຸມໃສ່ລະບົບຕາຄ່າຍໄຟຟ້າຢູ່ພາຍໃນໃຫ້ເຊື່ອຈອດກັນຕາມນະໂຍບາຍສ້າງລະບົບສາຍສົ່ງແຫ່ງຊາດ, ເລັ່ງຊຸກຍູ້ໂຄງການຜະລິດໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ, ຊີວະມວນ…
4). ສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ, ເນື່ອງຈາກ ວ່າປະເທດເຮົາ ຍັງບໍ່ມີແຫຼ່ງນໍ້າມັນດິບ ແລະ ໂຮງກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສການນໍາເຂົ້າມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮສໍາຮອງນໍ້າມັນ ດ້ວຍການສຸມໃສ່ສ້າງສາງເກັບນໍ້າມັນ ແລະ ປັດຈຸບັນ ກຳລັງປັບປຸງດຳລັດ 331/ນຍ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ແລະ ຄົ້ນຄວ້າຍຸດທະສາດທາງດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະເພາະ ການດັດສົມບັນດາບໍລິສັດນໍາເຂົ້າໃຫ້ມີຈໍານວນໜ້ອຍລົງ, ການສຶກສາຄົ້ນຄ້ວາກໍ່ສ້າງທໍ່ ສົ່ງນໍ້າມັນ, ການສ້າງໂຮງກັ່ນນໍ້າມັນ…
5). ການກຸ້ມຕົນເອງທາງດ້ານການສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກຳ, ປັດຈຸບັນ ບັນດາໂຮງງານອຸດສະຫະກຳສ່ວນຫຼາຍ ແມ່ນນໍາເຂົ້າວັດຖຸດິບຈາກຕ່າງປະເທດ (ນັບ ທັງໂຮງງານຕັດຍິບ ກໍນໍາເຂົ້າແຜ່ນແພ, ເສັ້ນດ້າຍ; ໂຮງງານຊັນເປເປີ ກໍຍັງນໍາເຂົ້າໄມ້ວິກຈາກຕ່າງປະເທດ, ໂຮງງານຂຸດຄົ້ນ-ປຸງແຕ່ງເກືອກາລີສົ່ງອອກ ແຕ່ຢູ່ພາຍໃນ ກໍຍັງມີການນໍາເຂົ້າປຸ໋ຍປະສົມ ຫຼື ເຄມີ, ມີການຂຸດຄົ້ນ-ປຸງແຕ່ງສົ່ງອອກເຫຼັກຮູບແບບແຮ່ດິບ ແຕ່ພັດນໍາເຂົ້າເຫຼັກແທ່ງ, ແຜ່ນ ແລະ ສໍາເລັດຮູບ, ສົ່ງອອກຢາງພາລາ ພັດນໍາເຂົ້າຢາງຕີນລົດ ແລະ ອື່ນໆ). ໃນຕໍ່ໜ້ານີ້ ລັດຖະບານ ຈະສຸມ ໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ ເພື່ອເປັນຕ່ອງໂສ້ສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກຳ, ຈຳກັດການສົ່ງອອກຊັບພະຍາກອນ…
6). ຈະສຸມໃສ່ໂຄສະນາປຸກລະດົມ ທົ່ວປວງຊົນ ຮ່ວມແຮງຮ່ວມໃຈ ແລະ ເປັນເຈົ້າການ ໃນການສ້າງເສດ ຖະກິດກຸ້ມຕົນເອງ, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນທີ່ເຮົາຜະລິດເອງ ແລະ ໃຫ້ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ບົນຈິດໃຈປະຢັດມັດທະຍັດ, ຫຼຸດຜ່ອນການນໍາເຂົ້າ ສິນຄ້າທີ່ບໍ່ຈໍາ, ສິນຄ້າຟູມເຟືອຍ, ສິນຄ້າທີຜະລິດໄດ້ຢູ່ພາຍໃນປະເທດເປັນຈາກຕ່າງປະເທດ, ພ້ອມກັນ ປະຕິບັດຄໍາຂວັນທີ່ວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະ ເລີນ” ໃຫ້ແຂງແຮງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ.
May be an image of phone and text