ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການກວດກາການນໍາເຂົ້ານໍ້າມັນຍົກ ເວັ້ນພາສີ-ອາກອນ ຮັບໃຊ້ໂຄງການ

Nov 28, 2024

ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ກ່ຽວກັບການກວດກາການນໍາເຂົ້ານໍ້າມັນຍົກ ເວັ້ນພາສີ-ອາກອນ ຮັບໃຊ້ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງສາກົນໃນໂອກາດຂຶ້ນລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024 ວ່າ: ຜ່ານການກວດກາການນໍາເຂົ້ານ້ຳມັນຍົກເວັ້ນພາສີ-ອາກອນ ແຕ່ປີ 2019-2023 ເພື່ອເຂົ້າມາຮັບໃຊ້ 14 ໂຄງການ ແລະ 14 ພາກສ່ວນ ຈຳນວນ 333,331,887 ລິດ, ມູນຄ່າການຍົກເວັ້ນພາສີ-ອາກອນ ທັງໝົດ ຈຳນວນ 689.04 ຕື້ກີບ. ໃນນີ້, ສະພາແຫ່ງຊາດໄດ້ຮັບອະນຸຍາດ 02 ໂຄງການ ຈຳນວນ 17,983,000 ລິດ, ມູນຄ່າຍົກເວັ້ນເສຍພາສີ-ອາກອນ ຈຳນວນ 21.55 ຕື້ກີບ; ນອກຈາກນັ້ນແມ່ນລັດຖະບານ ແລະ ບັນດາກະຊວງ-ອົງການ ເປັນຜູ້ອະນຸຍາດນໍາເຂົ້າ.
ສຳລັບການນໍາເຂົ້ານ້ຳມັນຍົກເວັ້ນພາສີ-ອາກອນ ບ້ວງ 700 ລ້ານລິດ ທີ່ລັດຖະບານໄດ້ຍົກຂຶ້ນຕໍ່ກອງປະຊຸມສະພາ ແຫ່ງຊາດ ໃນປີ 2022, ຜ່ານການກວດກາຕົວຈິງ ນໍາພາກສ່ວນຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນດ່ານພາສີ ແລະ ຜູ້ປະກອບການ ເຫັນວ່າບໍ່ສາມາດສະໜອງຂໍ້ມູນເອກສານຢັ້ງຢືນໃນການນໍາເຂົ້ານໍາ້ມັນຕາມຕົວເລກທີ່ໄດ້ກ່າວຂ້າງເທິງ; ແຕ່ໃນຕົວຈິງອາດຈະມີການລັກລອບນໍາເຂົ້ານ້ຳມັນເພື່ອຫຼົບຫຼີກພາສີ-ອາກອນ, ແຕ່ກໍ່ພົບຄວາມຫຍຸ້ງຍາກໃນການ ກວດກາເອົາຂໍ້ມູນຫຼັກຖານໃນການນໍາເຂົ້າກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຄືຈາກຜູ້ປະກອບການ ເຊິ່ງເຮັດໃຫ້ບໍ່ສາມາດກວດກາ ແລະ ຢັ້ງຢືນໄດ້.
ປະທານອົງການກວດກາແຫ່ງລັດ ຍັງໄດ້ສະເໜີມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນ ຄື:
– ສະເໜີ ໃຫ້ລັດຖະບານມີຄວາມເຂັ້ມງວດ ແລະ ເດັດຂາດຕາມກົດໝາຍໃນການນໍາເຂົ້ານໍ້າມັນຍົກເວັ້ນພາສີ-ອາກອນເຂົ້າມາຮັບໃຊ້ໂຄງການຕ່າງໆ, ຖ້າເຫັນວ່າມີຄວາມຈຳເປັນໃນການນໍາເຂົ້າໃຫ້ນໍາສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດເປັນຜູ້ພິຈາລະນາຕົກລົງ ແລະ ຖ້າຈະຍົກເວັ້ນພາສີ-ອາກອນທັງໝົດ ໃຫ້ສະເໜີຕໍ່ສະພາແຫ່ງຊາດຕົກລົງອະນຸມັດເຫັນດີ ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍລັດຖະສະບັບປັບປຸງ ໝວດທີ 2 ມາດຕາ 5 ຂໍ້ທີ 5.
– ສະເໜີ ກະຊວງອຸດສະຫະກໍາ ແລະ ການຄ້າ ຄົ້ນຄວ້າອອກນິຕິກໍາກ່ຽວກັບນໍາເຂົ້າ ນໍ້າມັນເຄິ່ງສໍາເລັດຮູບ ໂດຍກຳນົດມາດຕະຖານ, ຄຸນນະພາບຂອງນ້ຳມັນ ແລະ ເປັນບ່ອນອີງໃນການຄິດໄລ່ເກັບພາສີ-ອາກອນໃຫ້ລັດ.
อาจเป็นรูปภาพของ ข้อความ