ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນໃສ່ບົດລາຍ ງານການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂອງສານປະຊາຊົນ ແລະ ສານທະຫານກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ພະຈິກ 2024. ທ່ານ ນາງ ທຸມມາລີ ວົງພະຈັນ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ສານປະຊາຊົນສູງສຸດສືບຕໍ່ເອົາໃຈໃສ່ 5 ວຽກງານສໍາຄັນໃຫ້ດີຂຶ້ນກວ່າເກົ່າ, ໃນນັ້ນ ລວມມີ:
1) ການບໍາລຸງສ້າງ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ເຖິງ ວ່າເຮັດໄດ້ຫຼາຍ ແຕ່ການຫັນປ່ຽນຍັງບໍ່ທັນສົມຄູ່, ຜູ້ພິພາກສາ, ພະນັກ ງານ-ລັດຖະກອນ ຈໍານວນ ໜຶ່ງບໍ່ທັນກຳແໜ້ນແນວທາງຂອງພັກ, ນະໂຍ ບາຍຂອງລັດຢ່າງເລິກເຊິ່ງ ລວມທັງຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິ ວັດ, ຈັນຍາບັນ, ຈັນຍາທຳ ແລະ ຄວາມຮູ້ຄວາມສາມາດທາງດ້ານ ວິຊາສະເພາະຍັງຈຳກັດ ເຮັດໃຫ້ຄຸນນະພາບໃນການຕັດສິນ, ພິພາກສາຄະດີ ຍັງບໍ່ທັນຮອບດ້ານ, ຄົບຖ້ວນ, ພາ ວະວິໄສ ແລະ ຖືກຕ້ອງກັບຄວາມເປັນຈິງ;
2) ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສານປະຊາຊົນ ເຖິງວ່າໄດ້ມີ ການປັບປຸງ ແຕ່ກໍຍັງບໍ່ທັນຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເປັນຕົ້ນ ການສ້າງຕັ້ງສານ ປະຊາຊົນເຂດ ຍັງບໍ່ທັນບັນລຸຕາມແຜນການທີ່ກຳນົດໄວ້, ການສະໜອງບຸກຄະລາກອນ ເຂົ້າໃນ ຕຳແໜ່ງງານ ຂອງສານປະຊາຊົນ ກໍຍັງບໍ່ທັນພຽງພໍ ກັບໜ້າທີ່ວຽກງານຕົວຈິງ;
3) ການຄົ້ນຄວ້າພິຈາລະນາຕັດສີນຄະດີ ຂອງສານປະຊາຊົນ ບໍ່ທັນບັນລຸຄາດ ໝາຍ 85% ຕາມ ທີ່ກຳນົດໄວ້ ໃນມະຕິຂອງກອງປະຊຸມສະພາແຫ່ງຊາດ; ການດໍາເນີນຄະດີຂອງສານປະຊາຊົນ ບາງ ກໍລະນີ ຍັງບໍ່ທັນຮັບປະກັນຄຸນນະພາບ ເປັນຕົ້ນ: ການສົ່ງໝາຍຮຽກໃຫ້ຄູ່ຄວາມ, ການໄກ່ເກ່ຍຂໍ້ຂັດ ແຍ່ງບາງຄະດີຄູ່ກໍລະນີບໍ່ໄດ້ເຂົ້າ ຮ່ວມ ຫຼື ການກຳນົດເນື້ອໃນຂອງການໄກ່ເກ່ຍ ບໍ່ຈະແຈ້ງ; ການ ວິເຄາະວິໄຈ, ກວດກາຊັ່ງຊາຕີລາຄາຫຼັກຖານ, ການລົງເກັບກຳຂໍ້ມູນ ແລະ ກວດກາສະຖານທີ່ເກີດຂໍ້ຂັດ ແຍ່ງຕົວຈິງ, ການໂຕ້ແຍ່ງໂຕ້ຖຽງຢູ່ທີ່ປະຊຸມສານ, ການຕັດສິນລັບຫຼັງຄູ່ກໍລະນີ ຍັງບໍ່ທັນຮັບ ປະກັນຄວາມຮອບດ້ານ, ໂປ່ງໃສ ແລະ ເປັນທຳຕາມກົດໝາຍ ແລະ ເຫດ ການຕົວຈິງ;
4) ການກວດກາ ແລະ ປະເມີນຜົນ ການພິຈາລະນາຕັດສີນຄະດີຂອງສານ ແຕ່ ລະຂັ້ນ ຍັງບໍ່ທັນ ສະຫຼຸບຕີລາຄາໄດ້ຢ່າງຊັດເຈນ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສາເຫດ ຢ່າງກົງໄປກົງມາ ເປັນຕົ້ນ ຄໍາຕັດສີນມີເນື້ອໃນບໍ່ຈະແຈ້ງ, ຄໍາຕັດສິນ ຄະດີແພ່ງ ແລະ ຄະດີອາຍາ ໃນເຫດການດຽວກັນ ມີ ເນື້ອໃນຂັດກັນ ພາໃຫ້ການດໍາເນີນຄະດີຫຼົບໄປກັບມາ, ມີການຮ້ອງຂໍຮື້ຟື້ນ, ຮ້ອງທຸກໄປຫາຫຼາຍ ພາກສ່ວນ ເຮັດໃຫ້ຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ບໍ່ສາມາດຈັດຕັ້ງປະຕິບັດໄດ້, ກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກຳນົດມາດຕະການແກ້ໄຂບັນຫາດັ່ງກ່າວ ຍັງບໍ່ ທັນເຂັ້ມງວດ ແລະ ເດັດຂາດ ເທົ່າທີ່ຄວນ;
5) ການຕິດຕາມກວດກາ ຜູ້ພິພາກສາ ແລະ ພະນັກງານລັດຖະກອນ ຂອງສານປະຊາຊົນ ເພື່ອຈຳກັດ ແລະ ສະກັດກັ້ນ ປາກົດການລະເມີດກົດໝາຍແຕ່ຫົວທີ ຍັງບໍ່ທັນແທດເຖິງແຕ່ລະກຸ່ມ ເປົ້າໝາຍ, ບາງກໍລະນີພົບເຫັນການກະທຳຜິດ ແຕ່ກໍບໍ່ໄດ້ຮັບການແກ້ໄຂທັນເວລາ ເຮັດໃຫ້ຜູ້ ພິພາກສາ ແລະ ພະນັກງານລັດຖະກອນ ຈຳ ນວນໜຶ່ງຖືກປະຕິບັດວິໄນ.



