ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14

Nov 28, 2024

ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 26-28 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ”.
ໃນໂອກາດນີ້, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດ ໃນວັນທີ 28 ພະຈິກ 2024 ວ່າ: ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14 ສາມາດຍາດໄດ້ຜົນສຳເລັດ ຂອງແຜນງານຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ 2024 ໃນການປະຕິບັດຄໍາໝາຍໝັ້ນ ເພື່ອສາມາດຕອບສະໜອງຄວາມຕ້ອງການດ້ານຂໍ້ມູນ ເພື່ອການຕິດຕາມການເຊື່ອມໂຍງຂໍ້ມູນ ກັບບັນດາປະເທດສະມາຊິກອາຊຽນ, ພວກເຮົາໄດ້ສືບຕໍ່ແຜນງານດັ່ງກ່າວ, ເພື່ອຮັບໃຊ້ແກ່ການສະໜອງສະຖິຕິ ທີ່ກ່ຽວຂ້ອງກັນ, ທັນເວລາ ແລະ ສາມາດປຽບທຽບໄດ້ ໃນກອບຄວາມຕ້ອງການຂອງຕົວຊີ້ບອກ SDG, ການບັນຊີແຫ່ງຊາດ, ການລົງທຶນໂດຍກົງຈາກຕ່າງປະເທດ, ສະຖິຕິການຄ້າ ສິນຄ້າລະຫວ່າງປະເທດ ເຊັ່ນດຽວກັນກັບຕົວຊີ້ບອກດ້ານເສດຖະກິດ ແລະ ສັງຄົມ; ການປັບປຸງການສະໜອງຂໍ້ມູນແກ່ຜູ້ໃຊ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງອາຊຽນ ເພື່ອເພີ່ມປະສິດທິພາບການວິເຄາະ; ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄດ້ລິເລີ່ມການນຳໃຊ້ແອັບພລີເຄຊັນ API ສຳລັບການເກັບກຳຂໍ້ມູນສະຖິຕິອາຊຽນ (ASI-CT) ພາຍໃນບັນດາປະເທດສະມາຊິກອາຊຽນ (AMS). ກອງປະຊຸມຍັງໄດ້ສ້າງຮ່າງແຜນດໍາເນີນງານ ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄລຍະ 2026-2030 ພ້ອມກັບຕົວຊີ້ບອກສໍາລັບ ການປະຕິບັດກິດຈະກຳຕົ້ນຕໍ (KPIs) ໂດຍສອດຄ່ອງກັບການພັດທະນາ ໃນໄລຍະທີ່ຜ່ານມາຂອງອາຊຽນ; ກອງປະຊຸມໄດ້ຮັບຮອງ ກອບແນວຄວາມຄິດ ຂອງວຽກສະຖາບັນການສຶກສາທາງໄກ (Virtual) ແລະ ຕົກລົງຈະພັດທະນາຮູບແບບແພລດຟອມ ໃນຕົ້ນປີໜ້າ.
ສຳລັບວຽກງານການຮ່ວມມືອາຊຽນ-ຊ່ວຍເຫລືອ-ອາຊຽນ (AHAF) ນັບແຕ່ປີ 2021 ເປັນຕົ້ນມາ,ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາ ການສ້າງຄວາມອາດສາມາດພາຍໃຕ້ຂອບການຮ່ວມມື ອາຊຽນ-ຊ່ວຍເຫລືອ-ອາຊຽນ ໂດຍຜ່ານກອງປະຊຸມ, ການຝຶກອົບຮົມ ແລະ ການຊ່ວຍເຫລືອດ້ານວິຊາການສອງຝ່າຍໃນພາກພື້ນ ແລະ ອະນຸພາກພື້ນ ໃນການຕອບສະໜອງຄວາມຕ້ອງການ ທີ່ເພີ່ມຂຶ້ນທາງດ້ານສະຖິຕິ ແລະ ຄວາມຕ້ອງການ ເພື່ອຮັບປະກັນ ຂະບວນການສັງລວມຂໍ້ມູນທີ່ມີປະສິດທິພາບ, ຍຸດທະສາດ ແລະ ການຕອບໂຕ້ຂອງ AMS ຕໍ່ບັນຫາທີ່ພົ້ນເດັ່ນ ໃນການພັດທະນາພາກພື້ນ ແລະ ຄວາມພະຍາຍາມຂອງ AMS ໃນການເພີ່ມທະວີການຄຸ້ມຄອງຂໍ້ມູນ, ການເຊື່ອມໂຍງ ແລະ ການຄຸ້ມຄອງລະບົບ.
ທ່ານ ນາງ ພອນສະຫລີ ສຸກສະຫວັດ ກ່າວຕື່ມວ່າ: ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໃຫ້ຄໍາໝັ້ນສັນຍາ ທີ່ຈະກ້າວໄປສູ່ການເຊື່ອມໂຍງຂໍ້ມູນໃນພາກພື້ນ ແລະ ການແບ່ງປັນຂໍ້ມູນ ລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ ພາຍໃຕ້ການສົ່ງເສີມຂີດຄວາມສາມາດ ທາງດ້ານວຽກງານສະຖິຕິ, ການຄຸ້ມຄອງຂໍ້ມູນທີ່ສອດຄ່ອງ ກັບແຜນຍຸດທະສາດວຽກງານສະຖິຕິອາຊຽນ ໃນປັດຈຸບັນ ແລະ ຫລັງປີ 2025 ໂດຍຜ່ານຂະບວນການຮ່ວມມື ແນໃສ່ສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວ ຢ່າງຍືນຍົງ, ປະກອບສ່ວນໃນຂະບວນການວາງແຜນ-ການຕັດສິນໃຈ, ຈົນໄປເຖິງການຕິດຕາມປະເມີນຜົນການປະຕິບັດວິໄສທັດ, ແຜນຍຸດທະສາດຂອງອາຊຽນ ຫລັງປີ 2025 ແລະ ບັນດາແຜນກິດຈະກຳຕ່າງໆ ເພື່ອແນ່ໃສ່ຊຸກຍູ້ການເຊື່ອມໂຍງ ດ້ານຂໍ້ມູນຂ່າວສານ ແກ່ພາກພື້ນໃນອະນາຄົດ.
ທີ່ມາ: ຂປລ