ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງຫົວພັນ ວາງພວງມາລາ ແລະ ກະຕ່າດອກໄມ້ໃນໂອກາດວັນຊາດ

Nov 29, 2024

ຕອນເຊົ້າວັນທີ 29 ພະຈິກ 2024 , ການນໍາພັກ-ລັດ ແຂວງຫົວພັນ, ເຊິ່ງນໍາໂດຍທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນ ກາງພັກ ເລຂາພັກແຂວງເຈົ້າແຂວງຫົວພັນ, ມີການນຳຂັ້ນແຂວງ, ການນຳນະຄອນປາກເຊ ແຂວງຈຳປາສັກ ແລະ ເມືອງຊຳເໜືອ ໄດ້ເຂົ້າວາງພວງມາລາ, ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະ ນາມ ແລະ ອະນຸສອນສະຖານປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2024), ເພື່ອລະນຶກເຖິງຄວາມເຄົາ ລົບຮັກ, ຄຸນງາມຄວາມດີ, ຄວາມປີຊາສາມາດ, ສະຫຼາດສ່ອງໃສ, ບໍລິສຸດພຸດຜ່ອງ ບັນດາສະຫາຍສະມາຊິກພັກ, ພະນັກງານນັກ ຮົບປະຕິວັດທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອຊາດ, ເພື່ອປະຊາ ຊົນບັນດາເຜົ່າໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງ ຂື້ນທັງແບບເກົ່າ ແລະ ແບບ ໃໝ່ສາມາດປົດປ່ອຍປະເທດ ຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975.
ດັ່ງນັ້ນ, ເພື່ອສືບຕໍ່ພາລະກິດທີ່ບັນພະບູລຸດສ້າງໄວ້ນັ້ນ ການ ນໍາແຂວງພ້ອມດ້ວຍປະຊາຊົນບັນດາເຜົ່າແຂວງຫົວພັນ ໄດ້ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາສະຫາຍທີ່ມີຕໍ່ປະເທດຊາດໄວ້ຕະຫຼອດໄປ ແລະ ຈະສືບທອດພາລະກິດຂອງຊາດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຈົງຮັກພັກດີ, ນໍາພາປະຊາຊົນບັນດາເຜົ່າປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ, ເສີມຂະຫຍາຍມູນເຊື້ອຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນພິລະອາດຫານໄວ້ຄຽງຄູ່ກັບລູກຫຼານຕະຫຼອດໄປ.
ຂ່າວ: ສົມໝາຍ
ພາບ: ສີອຳພອນ